ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານກວດກາ ຂອງຂະແໜງການຕ່າງປະເທດ ປະຈຳປີ 2017

 

Inspect1 Inspect3

 

ໃນວັນທີ 09 ມີນາ 2018, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫລຸບວຽກງານ​ກວດກາຂອງຂະແໜງການຕ່າງປະເທດ ປະຈຳປີ 2017 ແລະ ເຜີຍແຜ່ເອກະສານສໍາຄັນຕ່າງໆ ໂດຍ​ການໃຫ້ກຽດ​ເປັນ​ປະທານ​ຂອງ​ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຫລັກແຫລ່ງ ​ແລະ ພະນັກງານລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານກວດກາ ໂດຍສະເພາະໃນຂະແໜງການຕ່າງປະເທດໃນໄລຍະຜ່ານມາ ໂດຍການເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດ ແລະ ເປັນປົກກະຕິ ຈາກຄະນະພັກ-ຄະນະນຳກະຊວງການຕ່າງປະເທດ; ພ້ອມທັງ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກສຳລັບການເຄື່ອນໄຫວວຽກງານວິຊາສະເພາະ ລວມເຖິງການກໍ່ສ້າງພະນັກງານກວດກາຂອງຂະແໜງການຕ່າງປະເທດ ໃຫ້ມີຄວາມສາມາດຮັບປະກັນວຽກງານແຕ່ລະໄລຍະໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນປີ 2017 ຜ່ານມາ, ການເຄື່ອນໄຫວວຽກງານກວດກາຂອງກະຊວງ ຕປທ ໄດ້ດຳເນີນຢ່າງເປັນປົກກະຕິ ແລະ ສຳເລັດຕາມແຜນການທີ່ວາງໄວ້ຄື: ລົງກວດກາປົກກະຕິວຽກ ພັກ-ລັດ ລວມທັງໝົດ 13 ເປົ້າໝາຍ (ຢູ່ພາຍໃນ 05 ເປົ້າໝາຍ ແລະ ຢູ່ບັນດາສຳນັກງານຕາງໜ້າການທູດແຫ່ງ ສປປ ລາວ ທີ່ຕ່າງປະເທດ 06 ເປົ້າໝາຍ); ໃນນັ້ນ ມີ 01 ເປົ້າໝາຍ ກວດກາຕາມຄຳສັ່ງ ແລະ 01 ເປົ້າໝາຍ ກວດກາສະເພາະກິດ. ຜ່ານການເຄື່ອນໄຫວລົງກວດກາຕົວຈິງໃນໄລຍະຜ່ານມາເຫັນວ່າ ຄະນະໜ່ວຍພັກທຸກຂັ້ນຕະຫລອດຮອດສະມາຊິກພັກ-ພະນັກງານຂອງກະຊວງ ຕປທ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ປະຕິບັດຕາມກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍ່ໄດ້ວາງທິດທາງແຜນການເຄື່ອນໄຫວສຳລັບປີ 2018 ແລະ ເຜີຍແຜ່ເຊື່ອມຊືມເນຶ້ອໃນເອກະສານສຳຄັນຈຳນວນໜຶ່ງເຊັ່ນ: ບົດໂອ້ລົມຂອງ ທ່ານ ປອ. ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ​ແລະ ຕໍ່ກອງປະຊຸມ​ເປີດ​ກວ້າງ​ວຽກງານ​ກວດ​ສອບ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2017 ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ; ແລະ ບົດປະ​ຖະກະຖາ ​ເນື່ອງ​ໃນ​ໂອກາດ​ວັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ສາກົນ ຄົບຮອບ 14 ປີ (ວັນທີ 09 ທັນວາ 2003 09 ທັນວາ 2017). 

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານປະທານຄະນະກວດກາພັກ ໂດຍເນັ້ນໃຫ້​ພະນັກງານທຸກຄົນມີຄວາມເຂົ້າ​ໃຈ​ເລິກ​ເຊິ່ງ ຕໍ່ພາລະ​ບົດບາດຄວາມສຳຄັນຂອງວຽກງານກວດກາ ດັ່ງຄຳເວົ້່າທີ່ວ່າ ຖ້າບໍ່​ມີ​ການ​ກວດກາ ກໍ່ໝາຍຄວາມ​ວ່າ​ບໍ່​ມີ​ການ​ນຳພາ, ສ້າງຈິດສຳນຶກທີ່ດີຕໍ່ວຽກງານດັ່ງກ່າວ, ພ້ອມທັງ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດຜົນສຸງສູດໃນຂົງເຂດວຽກງານຕົນ. ທ່ານ​ປະທານ​ ໄດ້ຮຽກຮ້ອງການນຳທຸກຂັ້ນ ກໍ່ຄືພະນັກງານກະຊວງການຕ່າງປະເທດ ຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີບາດກ້າວບຸກທະລຸ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480278
ມື້ນີ້108
ມື້ວານ157
ອາທິດນີ້676
ເດືອນນີ້6509