ໃນວັນທີ 12 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຊິນ ຊອງ ຊູນ (Shin Sung-soon), ເນື່ອງໃນໂອກາດໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ເກົາຫຼີປະຈໍາ ສປປ ລາວຄົນໃໝ່.