ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ບໍລິຫານອົງການຟຣັງໂກໂຟນີສາກົນ

 

sp hup oif

 

    ໃນ​ຕອນ​​ເຊົ້າຂອງ​ວັນ​ທີ 15 ມີ​ນາ 2018, ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ຕ້ອນການ​​ເຂົ້າພົບ​ປະ​ຂອງ​ ທ່ານ Adama OUANE, ຜູ້​ບໍລິຫານ​ຂອງ​ອົງການ​ຟຣັງ​ໂກ​ໂຟນີສາກົນ ຫຼື ອົງການ OIF, ​ພ້ອມດ້ວຍຄະນະ ຊຶ່ງເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 14 15 ມີນາ 2018.

ໃນການເຂົ້າພົບປະດັ່ງກ່າວ, ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງ​ອົບ​ອຸ່ນ​ຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງດັ່ງກ່າວ, ໂດຍສະເພາະ ທ່ານ Adama OUANE, ທີ່ມາຢ້ຽມຢາມ ສປປ ລາວເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບຕຳແໜ່ງເປັນຜູ້ບໍລິຫານຂອງອົງການຟຣັງໂກໂຟນີສາກົນ ໃນປີ 2015. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການຟຣັງໂກໂຟນີສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ ​ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ OIF ຕະຫຼອດໄລຍະທີ່ຜ່ານມາ, ​ໂດຍ​ສະ​ເພາະ​ການ​ມາ​ຢ້ຽມຢາມ​ຂອງ​ທ່ານ​ຜູ້​ບໍລິຫານ​ອົງການ OIF,​ ຊຶ່ງ​ສະ​​ແດງ​ເຖິງ​ຄວາມໝາຍສໍາຄັນຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານຮອງ​ລັດຖະມົນຕີ ຍັງ​ໄດ້​ແຈ້ງສະພາບການ​ນຳ​ໃຊ້​ພາສາ​ຝຣັ່ງ ກໍ​ຄືຄວາມຕ້ອງການຂອງ ສປປ ລາວ ທາງດ້ານບຸກຄະລາກອນທີ່ສາມາດສື່ສານເປັນພາສາຝຣັ່ງ, ໂດຍສະເພາະໃນຂົງເຂດວຽກງານພົວພັນຕ່າງປະເທດ.

ໃນໂອກາດດຽວກັນ, ທ່ານ ຜູ້​ບໍລິຫານ​ຂອງ​ອົງການ​ OIF ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ແລະ ລັດຖະບານລາວ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້​ແທນ OIF ໃນຄັ້ງນີ້. ພ້ອມດຽວກັນນັ້ນ, ກໍໄດ້​ແຈ້ງ​ໃຫ້​ຊາບ ກ່ຽວກັບການ​ເຄື່ອນ​ໄຫວ​ຕ່າງໆ ໃນ​ໄລຍະ​ຂອງການ​ມາ​ຢ້ຽມຢາມ ​ສປປ ລາວ ໃນ​ຄັ້ງນີ້.ໃນໂອກາດການພົບປະດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມຍິນດີທີ່​ຈະສືບຕໍ່ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອົງການ OIF ​ແລະ ສປປ ລາວ, ລວມທັງການສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອື່ນໆຂອງອົງການດັ່ງກ່າວ ອີກດ້ວຍ.

ການ​ເດີນທາງ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ​ ຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ອົງການ OIF ດັ່ງກ່າວ ຢູ່​ໃນພາກພື້ນອາຊີ-ປາຊີຟິກແມ່ນເປັນໂອກາດດີ ແລະ ເປັນຂີດໝາຍສຳຄັນ ​ເພື່ອ​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື ​ໃນ​ໄລຍະ​ທີ່​ບັນດາ​ປະ​ເທດ​ສະມາຊິກ ​ໃນ​ພາກພື້ນດັ່ງກ່າວ ກໍ​ຄື​ໃນ​ພາກພື້ນອື່ນໆ ພວມ​ກະກຽມຈັດ​ພິທີ​ທາງ​ການ ​ແລະ ກິດຈະກຳ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ຟຣັງ​ໂກ​ໂຟນີສາກົນ 20 ມີ​ນາ ປະຈຳ​ປີ 2018.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485696
ມື້ນີ້201
ມື້ວານ196
ອາທິດນີ້732
ເດືອນນີ້5001