ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ລົງກວດກາສະພາບພູມິປະເທດ ຕາມບໍລິເວນຊາຍແດນທາງພາກເໜືອ

SPXaiydanLT

 

ໃນວັນທີ 21 ມີນາ 2018, ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 11, ສະບັບລົງວັນທີ 18 ມັງກອນ 2018, ທີ່ ບາງກອກ, ຣາຊະອານາຈັກໄທ, ຄະນະເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ, ໄດ້ລົງກວດກາພື້ນທີ່ຊາຍແດນທີ່ຄົງຄ້າງທາງພາກເໜືອບໍລິເວນພູຜາໝົ່ນ, ຊຶ່ງເບື່ອງລາວ ຂຶ້ນກັບ ເມືອງປາກທາ, ແຂວງບໍ່ແກ້ວ ແລະ ເບື້ອງໄທ ຂຶ້ນກັບ ອຳເພີວຽງແກ່ນ, ຈັງຫວັດຊຽງຣາຍ.

 

ຄະນະເຈົ້າໜ້າທີ່ອາວຸໂສຝ່າຍລາວ ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມຝ່າຍລາວ ແລະ ຄະນະເຈົ້າໜ້າທີ່ອາວຸໂສຝ່າຍໄທ ນຳໂດຍ ທ່ານ ວະສິນ ທີຣະເວດຊະຍານ, ທີ່ປຶກສາກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

 

ການລົງສຳຫຼວດພື້ນທີ່ຕົວຈິງໃນຄັ້ງນີ້, ທັງສອງຝ່າຍ ໄດ້ເດີນສຳຫຼວດກວດກາສະພາບພູມີປະເທດຕົວຈິງ ຕາມທິດເນັ່ງເສັ້ນຊາຍແດນທີ່ຝ່າຍລາວສະເໜີ ໂດຍເລີ່ມຈາກບໍລິເວນຈຸດພິກັດ (PC 593012) ຈົນເຖິງບໍລິເວນຈຸດພິກັດ (PC 593013), ຫຼັງຈາກນັ້ນ ໄດ້ເດີນສຳຫຼວດກວດກາໄປຕາມທິດເນັ່ງເສັ້ນຊາຍແດນຕາມຝ່າຍໄທສະເໜີ ຈາກຈຸດພິກັດ (PC 593013) ເຖິງຍອດພູຜາໝົ່ນບໍລິເວນຈຸດພິກັດ (PC 595015) ແລ້ວລົງເຖິງບໍລິເວນຈຸດພິກັດ (PC 593012).

 

        ຜ່ານການລົງກວດກາສະພາບພື້ນທີ່ຕົວຈິງໃນຄັ້ງນີ້, ທັງສອງຝ່າຍ ຈະໄດ້ແລກປ່ຽນທັດສະນະທີ່ແຕກຕ່າງກັນ ກ່ຽວກັບ ສະພາບພູມີປະເທດ ແລະ ບັນຫາທີ່ກ່ຽວຂ້ອງໂດຍຜ່ານຊ່ອງທາງການທູດໃນເວລາຕໍ່ໄປ ແລະ ເຫັນດີຮ່ວມກັນມອບໝາຍໃຫ້ຄະນະປະຕິບັດງານດ້ານກົດໝາຍຮ່ວມ (Legal Working Group) ເພື່ອແກ້ໄຂບັນຫາຊາຍແດນທີ່ຄົງຄ້າງ ນຳຜົນການກວດກາພູມີປະເທດຕົວຈິງໃນຄັ້ງນີ້ ນຳໄປປຶກສາຫາລືກັນ ກ່ຽວກັບ ທັດສະນະທີ່ແຕກຕ່າງກັນໂດຍໄວ ແລ້ວລາຍງານຜົນໃຫ້ຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍ ແລະ ຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ພິຈາລະນາຕໍ່ໄປ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484498
ມື້ນີ້14
ມື້ວານ188
ອາທິດນີ້936
ເດືອນນີ້3803