ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ການເຄື່ອນໄຫວຂອງ ສປປ ລາວ ໃນຂອບການຮ່ວມມືອາເຊັມ ແລະ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ThPMorzor1

ThPMorzor2

 

ThPMorzor3

 

ເພື່ອເປັນການເຜີຍແຜ່ຜົນສໍາເລັດວຽກງານການທູດຫລາຍຝ່າຍຂອງ ສປປ ລາວ, ໃນວັນທີ 23 ມີນາ 2018, ທີ່ ມະຫາວິທະຍາໄລແຫ່ງຊາດ, ກົມເສດຖະກິດ, ກະຊວງການຕ່າງປະເທດ, ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດປາຖະກະຖາ ກ່ຽວກັບ ການເຄື່ອນໄຫວວຽກງານອາເຊັມ ຂອງ ສປປ ລາວ ແລະ ການເຄື່ອນໄຫວວຽກງານຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ທ່ານ ສຈ. ປອ ສົມສີ ຍໍພັນໄຊ, ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ໂດຍມີບັນດາພະນັກງານກະຊວງການຕ່າງປະເທດ, ຄູອາຈານ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ລາວ ເຂົ້າຮ່ວມຈໍານວນ 300 ກວ່າທ່ານ.

ຈຸດປະສົງໃນການຈັດປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສຳເລັດຂອງ ສປປ ລາວ ໃນການເຄື່ອນໄຫວວຽກງານອາເຊັມ ລວມທັງເພື່ອເປັນການສະເຫລີມສະຫລອງ ຄົບຮອບ 22 ປີ ແຫ່ງການສ້າງຕັ້ງອາເຊັມ. ຜູ້ເຂົ້າຮ່ວມໄດ້ຮັບຟັງການທົບທວນຄືນ ຜົນສຳເລັດຂອງອາເຊັມໃນໄລຍະສອງທົດສະວັດທີ່ຜ່ານມາ ໂດຍຜ່ານ 3 ເສົາຄໍ້າ ທາງດ້ານການເມືອງ, ເສດຖະກິດ ແລະ ດ້ານວັດທະນະທຳ-ສັງຄົມ. ໄດ້ຮັບຮູ້ບົດບາດ ແລະ ວິໄສທັດການຮ່ວມມືອາເຊັມ ໂດຍສະເພາະ ດ້ານການເຊື່ອມຈອດໂຄງບົນ ແລະ ໂຄງລ່າງ, ລະບົບກົນໄກເຮັດວຽກ ແລະ ທິດທາງໃນອະນາຄົດຂອງອາເຊັມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເມືອງ, ການພັດທະນາເສດຖະກິດ ແບບຍືນຍົງ, ສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ ໃຫ້ເປັນຮູບປະທຳຫລາຍຂຶ້ນ ອັນຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຂອງສອງທະວີບອາຊີ ແລະ ຢູໂບ. ໂອກາດດຽວກັນນີ້, ກໍ່ໄດ້ມີການເຜີຍແຜ່ວຽກງານຂອງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງເປັນຂອບວຽກໜຶ່ງທີ່ມີຄວາມສຳຄັນສຳລັບບັນດາປະເທດແມ່ນ້ຳຂອງ ໂດຍຜ່ານການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນາທຳ-ສັງຄົມ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືທຸກດ້ານຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຮ່ວມກັນຂອງບັນດາປະເທດໃນອະນຸພາກພື້ນ. ໃນໂອກາດນີ້ ທ່ານ ເລອົງ ຟາແບຮ໌, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳລາວ ໄດ້ຂຶ້ນບັນຍາຍການຮ່ວມມື ລະຫວ່າງ ລາວ-ອີຢູ ໃນໄລຍະຜ່ານມາ. ພ້ອມນີ້, ກໍ່ໄດ້ມີການວາງສະແດງຮູບພາບ ກິດຈະກໍາເຄື່ອນໄຫວວຽກງານອາເຊັມ ຂອງສະຫະພາບເອີຣົບ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກອາເຊັມ ໃນປີ 2004 ຊຶ່ງປະຈຸບັນມີສະມາຊິກທັງໝົດ 53 ຄູ່ຮ່ວມມື. ພາຍຫຼັງທີ່ບັນດາສະມາຊິກອາເຊັມໄດ້ຮັບຮອງເອົາ ວັນທີ 1 ມີນາ ຂອງທຸກປີ ເປັນວັນສ້າງຕັ້ງອາເຊັມ, ທີ່ ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11, ທີ່ ມົງໂກລີ, ໃນປີ 2016, ສປປ ລາວ ກໍ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວທຸກປີ ເປັນຕົ້ນ ສົ່ງສານອວຍພອນຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ກິດຈະກຳອື່ນໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຖິງຄວາມສຳຄັນຂອງການຮ່ວມມື ລະຫວ່າງ ສອງທະວີບ ໃນການປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484543
ມື້ນີ້59
ມື້ວານ188
ອາທິດນີ້981
ເດືອນນີ້3848