ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ລັດກູເວດ ປຶກສາຫາລືດ້ານການເມືອງ

 

LaoKuwait1 LaoKuwait3 LaoKuwait2

 

ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ລັດກູເວດ ຄັ້ງທີ 2, ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ແລະ ​ທ່ານ ອາລີ ອາລ-ຊາອີດ (Ali Al-Saeed), ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ລັດກູເວດ.

ກອງປະຊຸມໃນຄັ້ງນີ້, ສອງ​ຝ່າຍ​ໄດ້​ຕີລາຄາ ແລະ ທົບທວນຄືນການຮ່ວມມືຜ່ານມາ ແລະ ປຶກສາ​ຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ເພື່ອແນ່ໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ໃຫ້ກ້າວເຂົ້າສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມພໍໃຈ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລັດກູເວດ ຕະຫຼອດໄລຍະ 10 ປີ ທີ່ຜ່ານມາ, ທີ່ເຫັນວ່າ ການພົວພັນ ແລະ ຮ່ວມມືທີ່ດີທາງດ້ານການທູດ, ການເມືອງ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ໃນຮັບການເສີມຂະຫຍາຍໃນທາງທີດີ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 14 ກໍລະກົດ 2008 ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆຂອງສອງປະເທດ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມທັງ ເຫັນດີສືບຕໍ່ປຶກສາຫາລືກັນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນອະນາຄົດອັນໃກ້ນີ້ ແລະ ຊຸກຍູ້ໃຫ້ພາກສ່ວນຂະແໜງການຕ່າງໆ ໂດຍສະເພາະດ້ານການຄ້າການລົງທຶນ, ສືບຕໍ່ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງໃນການຮ່ວມມື ແລະ ຍົກລະດັບມູນຄ່າການຄ້າສອງຝ່າຍ ແລະ ສົ່ງເສີມການລົງທຶນໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນກວ່າເກົ່າ, ຊຸກຍູ້ໃຫ້ມີການໄປມາຫາສູ່ກັນ, ພົບປະແລກປ່ຽນລະຫວ່າງພາກທຸລະກິດ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ຫຼາຍຂຶ້ນ ກໍຄືການຮ່ວມມືກັນໂຄສະນາດ້ານການທ່ອງທ່ຽວ ແລະ ວັດທະນະທຳ, ຄວາມເປັນໄປໄດ້ໃນການຮ່ວມມືດ້ານຂົນສົ່ງ ແລະ ດ້ານແຮງງານ. ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງ ສອງກະຊວງການຕ່າງປະເທດ ລາວ-ກູເວດ ໃນໄລຍະຜ່ານມາ ທີ່ໄດ້ຮ່ວມກັນລົງນາມ 02 ເອກະສານຄື: ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ແລະ ລັດຖະການ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ສອງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ລາວ ແລະ ກູເວດ; ສອງຝ່າຍ ຍັງໄດ້ປຶກສາຫາລືກັນໃນການຈັດກິດຈະກຳຕ່າງໆທີ່ມີຄວາມໝາຍສຳຄັນ ເພື່ອສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູເວດ ຄົບຮອບ 10 ປີ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນຂະແໜງການຕ່າງໆ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ຂະແໜງກະສິກຳ ໂດຍສະເພາະຊົນລະປະທານ ແລະ ພະລັງງານ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ກອງ​ປະຊຸມໃນຄັ້ງນີ້ ​ໄດ້​ດຳ​ເນີນ​ພາຍ​ໃຕ້​ບັນຍາກາດແຫ່ງມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເຊິ່ງຈະເປັນພື້ນຖານອັນດີໃຫ້ແກ່ ການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ກູເວດ ໃນຊຸມປີຕໍ່ໜ້າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484713
ມື້ນີ້24
ມື້ວານ205
ອາທິດນີ້1151
ເດືອນນີ້4018