ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ, ວຽກງານຊາຍແດນ ແລະ ເຜີຍແຜ່ຜົນກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”

SPSekong1

SPSekong2

 

ໃນວັນທີ 2​9 ມີ​ນາ 2018, ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຮ່ວມ​ກັບ ອໍານາດການປົກຄອງແຂວງເຊກອງ ໄດ້ຈັດ​ກອງປະຊຸມສໍາມະນາ ວ່າດ້ວຍການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ ຂອງ ສ​ປ​ປ ລາວ, ວຽກ​ງານ​ຊາຍ​ແດນ ແລະ ເຜີຍ​ແຜ່ຜົນຂອງກອງປະຊຸມປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂຶ້ນ ທີ່ ຫ້ອງວ່າການແຂວງເຊກອງ, ຊຶ່ງໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ຄໍາພຽມ ບົວລະພາ, ຮອງເລຂາຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງ ຂອງ ແຂວງ ເຊກອງ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຂະແໜງການຕ່າງໆ ເຊັ່ນ: ພະ​ແນກ​ການ​ຕ່າງ​ປະ​ເທດ, ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ, ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທໍ​າ, ອໍານາດການປົກຄອງທ້ອງຖິ່ນ, ບັນ​ດາ​ເຈົ້າ​ເມືອງ ລວມ​ທັງ​ຂະ​ແໜງປ້ອງກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ງົບຂອງ 4 ແຂວງ ພາກ​ໃຕ້ (ແຂວງ ຈໍາ​ປາ​ສັກ, ສາ​ລ​ະ​ວັນ, ເຊກອງ, ແລະ ອັດ​ຕະ​ປື) ລວມທັງໝົດ 170 ທ່ານ.

 

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ກ່ຽວ​ກັບ ສະພາບການພົ້ນເດັ່ນຂອງສາກົນ ແລະ ພາກພື້ນ, ການປະຕິບັດແນວທາງນະໂຍບາຍ ການຕ່າງປະເທດ ຂອງ ສປປ ລາວ ລວມທັງ ວຽກ​ງານ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ​ຂອງ ສ​ປ​ປ​ ລາວ, ວຽກ​ງານ​ຊາຍແດນ ແລະ ຜົນສຳເລັດຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ໃນເດືອນ ພຶດສະພາ 2017 ຢູ່ ສ​ປ ຈີນ. ຈຸດປະສົງ ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງຈາກບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຂອງ 4 ແຂວງພາກໃຕ້ ໄດ້ຮັບຟັງ ແລະ ເຂົ້າໃຈແຈ້ງຕື່ມ ຕໍ່ແນວທາງການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ວຽກ​ງານ​ຊາ​ຍ​ແດນ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາ ຍັງໄດ້ມີການແລກປ່ຽນຄໍາຄິດຄຳເຫັນ ຕໍ່ກັບກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຊື່ອມໂຍງເຂົ້າໃນຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484541
ມື້ນີ້57
ມື້ວານ188
ອາທິດນີ້979
ເດືອນນີ້3846