ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 31, ຊຶ່ງໄດ້ຈັດຂຶ້ນໃນວັນທີ 2-3 ເມສາ 2018 ທີ່ເຊລັງກໍ, ມາເລເຊຍ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Dato’ Ramlan Ibrahim, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງມາເລເຊຍ ແລະ ທ່ານ ນາງ Susan Thornton, ຮັກສາການຜູ້ຊ່ວຍລັດຖະມົນຕີ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສະຫະລັດ ອາເມລິກາ.
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີຜ່ານມາກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນາທຳ-ສັງຄົມ ລວມທັງການຈັດຕັງປະຕິບັດແຜນປະຕິບັດງານ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ສະຫະລັດ ສໍາລັບປີ 2016-2020 ເ ປັນຕົ້ນໃນຂົງເຂດການຮ່ວມມືດ້ານເສດຖະກິດ, ການຄ້າແລະການລົງທຶນ, ການເຊື່ອມຈອດ, ການສຶກສາ, ຊາວໜຸ່ມແລະການໄປມາຫາສູ່ລະຫວ່າງປະຊາຊົນຊຶ່ງເຫັນວ່າມີຄວາມຄືບໜ້າດີ. ກອງປະຊຸມໄດ້ຕີລາຄາສູງຕໍ່ການສະເຫຼີມສະຫຼອງຄົບຮອບ 40 ປີແຫ່ງການພົວພັນອາຊຽນ-ສະຫະລັດໃນປີ 2017 ທີ່ຜ່ານມາຊຶ່ງໄດ້ຢືນຢັນຄືນຄວາມໝາຍໝັ້ນທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືໃນທຸກຂົງເຂດແລະໄດ້ປຶກສາຫາລືກ່ຽວກັບທິດທາງໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ