ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍຄັ້ງທີ 20, ເຊິ່ງໄດ້ຈັດຂຶ້ນໃນວັນທີ 5-6 ເມສາ 2018 ທີ່ຮ່າໂນ້ຍ, ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Nguyen Quoc Dzung , ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງຫວຽດນາມ ແລະ ທ່ານ ນາງ Preeti Saran, ເລຂາທິການຮັບຜິດຊອບວຽກງານພາກຕາເວັນອອກຂອງກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງອິນເດຍ.
ກອງປະຊຸມໄດ້ທົບທວນຄືນ ແລະ ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ອິນເດຍໃນຂົງເຂດຕ່າງໆພາຍໃຕ້ແຜນປະຕິບັດງານອາຊຽນ-ອິນເດຍ 2016-2020 ເຊັ່ນ: ການຮ່ວມມືເພື່ອຕ້ານການກໍ່ການຮ້າຍ, ການຄ້າແລະການລົງທຶນ, ການເຊື່ອມຈອດ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງໄພພິບັດ, ກະສິກຳ, ການແລກປ່ຽນວັດທະນະທຳ, ຊາວໜຸ່ມແລະການໄປມາຫາສູ່ລະຫວ່າງປະຊາຊົນ. ພ້ອມນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີທີ່ໄດ້ຈັດຂຶ້ນໃນວັນທີ 25-26 ມັງກອນ 2018 ທີ່ ນິວເດັນລີ, ອິນເດຍ, ເຊິ່ງອັນພົ້ນເດັ່ນແມ່ນບັນດາກິດຈະກຳທີ່ແນໃສ່ຈັດຕັ້ງປະຕິບັດປີທ່ອງທ່ຽວອາຊຽນ-ອິນເດຍ ໃນປີ 2019 ແລະ ບັນດາໂຄງການທີ່ແນໃສ່ພັດທະນາຊັບພະຍາກອນມະນຸດ ແລະ ສ້າງຂີດຄວາມສາມາດໃຫ້ແກ່ບັນດາປະເທດອາຊຽນໃນດ້ານຕ່າງໆເຊັ່ນ: ດ້ານເສດຖະກິດ, ການເຊື່ອມຈອດ, ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງງານ, ການສຶກສາ ແລະ ອື່ນໆ. ນອກນັ້ນ, ກອງປະຊຸມຍັງໄດ້ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ເຊິ່ງຈະຈັດຂຶ້ນໃນເດືອນສິງຫາ 2018 ທີ່ ສິງກະໂປ.ໃນໂອກາດນີ້, ກອງປະຊຸມກໍໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ.