ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການທາບທາມຄຳຄິດເຫັນຕໍ່ຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ

kp tl

ໃນວັນທີ 28-29 ມີນາ 2018 ທີ່ ຫ້ອງປະຊຸມສະພາປະຊາຊົນ ແຂວງ ຫຼວງພະບາງ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມເພື່ອທາບທາມ​ຄຳຄິດເຫັນນໍາ ເຈົ້າໜ້າທີ່ຂັ້ນແຂວງ 08 ແຂວງພາກເໜືອ ຄື: ແຂວງ ຜົ້ງສາລີ, ຫົວພັນ,    ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຊຽງຂວາງ, ໄຊຍະບູລີ ແລະ ຫຼວງພະບາງ ຕໍ່ຮ່າງ​ກົດໝາຍ​ວ່າ​ດ້ວຍສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ພາຍ​ໃຕ້ການ​ເປັນ​ປະທານຮ່ວມຂອງ ​ທ່ານ ນາງ. ຄໍາເພົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ວົງສະຫວັນ ເທບພະຈັນ, ຮອງເຈົ້າແຂວງຫຼວງພະບາງ ໂດຍມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ບັນດາທ່ານຮອງປະທານສະພາ​​ປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຫົວໜ້າ ແລະ ຮອງຫົວໜ້າພະ ແນກການຕ່າງປະເທດແຂວງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທາບທາມ ຄັ້ງທີສາມ ພາຍຫຼັງທີ່ໄດ້ຈັດຂຶ້ນຢູ່ພາກກາງ ແລະ ພາກໃຕ້. ຫຼັງຈາກສຳເລັດການທາບທາມຄຳຄິດເຫັນໃນຄັ້ງນີ້ແລ້ວ ກະຊວງການຕ່າງປະເທດ ຈະສັງລວມຄຳຄິດເຫັນຂອງຜູ້ເຂົ້າຮ່ວມ ແລະ ຂໍ້ສະ   ເໜີຂອງທັງສາມພາກ ເພື່ອນຳໄປປັບປຸງຮ່າງກົດໝາຍໃຫ້ມີເນື້ອ​​ໃນລະອຽດ, ຈະແຈ້ງ ​ແລະ ຄົບຖ້ວນ. ກົດໝາຍສະບັບນີ້ຈະກຳ ນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ຕ່າງປະເທດ ລວມມີ ສະຖານເອກອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນປະຈຳອົງການຈັດຕັ້ງສາກົນ, ສະຖານກົງສຸນໃຫຍ່ ແລະ ສະຖານກົງສຸນ ຂອງ ສປປ ລາວ ຢູ່ຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ ສາມາດປະຕິບັດສິດແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນສູງກວ່າເກົ່າ.

ກະຊວງການຕ່າງປະເທດ ມີແຜນຈະນຳເອົາຮ່າງກົດໝາຍສະບັບດັ່ງກ່າວ ເຂົ້າໃນກອງປະຊຸມລັດຖະບານໃນເດືອນ ມິຖຸນາ 2018. ເມື່ອໄດ້ຮັບການຮັບຮອງຈາກລັດຖະບານແລ້ວ ຈະນຳສະເໜີຕໍ່ສະພາແຫ່ງຊາດເພື່ອນຳເຂົ້າໃນກອງ​ປະຊຸມ​ສະພາແຫ່ງ​ຊາ​ດ ເພື່ອພິຈາລະນາຮັບຮອງໃນ​ເດືອ​ນ ຕຸລາ​ 2018. ກົດໝາຍ​ສະບັບນີ້ ເມື່ອຖືກຮັບຮອງໂດຍສະພາແຫ່ງຊາດ ຈະເປັນ​ອີກບາດກ້າວ​ສຳ​ຄັນ​ໃນ​ການ​ພັດທະນາ​ລະບົບ​ນິຕິ​ກຳຂອງຂະ​ແໜງ​ການ​ຕ່າງປະ​ເທດໃຫ້ຄົບຖ້ວນຍິ່ງຂຶ້ນ, ເປັນບ່ອນອີງໃນການປະ ຕິບັດນະໂຍບາຍການຕ່າງປະເທດ ແລະ ປະກອບສ່ວນໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485764
ມື້ນີ້63
ມື້ວານ206
ອາທິດນີ້800
ເດືອນນີ້5069