ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III

 

MOFATrain3-1 MOFATrain3-2

 

ໃນຕອນເຊົ້າ ຂອງວັນທີ 02 ພຶດສະພາ 2018, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່​ສູນ​ການ​ຮ່ວມ​ມື​ສາ​ກົນ ແລະ ການ​ຝຶກ​ອົບ​ຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 02 ພຶດສະພາ 2018 ຈົນເຖິງ 04 ກໍລະກົດ 2018, ໂດຍມີ ຜູ້ເຂົ້າຮ່ວມທັງ​ໝົດຈໍານວນ 40 ທ່ານ, ຍິງ 16 ທ່ານ.

ໂດຍໃຫ້ກຽດເປັນປະທານພິທີເປີດ​​ຄັ້ງນີ້ ມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງສາດສະດາຈານ ສະໝຸດທອງ ສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບັນດາຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ​.

ທ່ານ ນ. ພິມພາ ແກ້ວມີໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂື້ນລາຍ​ງານແຜນການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຊຶ່ງຕະຫຼອດໄລຍະເວລາດັ່ງກ່າວ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງການປ່ຽນແປງ ໃໝ່ຂອງພັກໃນແຕ່ລະໄລຍະ, ການ​ຝຶກ​ອົບ​ຮົມ​ນີ້ ແນ່​ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.

ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີ ໄດ້​​ໃຫ້ຄຳໂອ້ລົມ ແລະ ທິດຊີ້ນຳ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການ​​ຜັນຂະຫຍາຍມະຕິຂອງ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ແລະ ແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດ ກໍຄື ເພື່ອເຮັດໃຫ້ການປະຕິບັດວຽກງານພາຍໃນຂອງກຊວງການຕ່າງປະເທດ ໃຫ້ມີປະສິດທິຜົນ ສູງຂື້ນກວ່າເກົ່າ ຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ວາງອອກຄື: “ຍົກສູງຄວາມສາມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງການຕ່າງປະເທດ”. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ ມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ ແລະ ມີວິທີການເຮັດວຽກທີ່ຖືກຕ້ອງ, ນອກຈາກນັ້ນ, ກໍເພື່ອປະຕິບັດແຜນພັດທະນາຊັບພະຍາກອນມະນຸດ ຂອງ ກະຊວງການຕ່າງປະເທດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານປະທານພິທີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນ ກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນ ພາຍໃນກະຊວງການຕ່າງ ປະເທດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480338
ມື້ນີ້168
ມື້ວານ157
ອາທິດນີ້736
ເດືອນນີ້6569