ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບ ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ, ທັງເປັນຜູ້ຕາງໜ້າພິເສດຂອງ ລັດຖະມົນຕີກະຊວງການຕ່າງປະເທດໄທ

 

Headofthaimofa

 

ໃນວັນທີ 17 ພຶດສະພາ 2018,​ ເວລາ 14:00 ໂມງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ອັດຖະຢຸດ ສຣີສະມຸດ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ໄທ, ທັງເປັນຜູ້ຕາງໜ້າພິເສດຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄທ.

ຈຸດປະສົງ ຂອງການພົບປະຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບ ການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ ການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຂອງ ໄທ ພາຍໃຕ້ຫົວຂໍ້: “ກ້າວໄປສູ່ການເຊື່ອມໂຍງ ແລະ ເຊື່ອມຈອດປະຊາຄົມແມ່ນໍ້າຂອງ” ແລະ ກອງປະຊຸມປິ່ນອ້ອມ ທີ່ຈະຈັດຂຶ້ນໃນວັນທີ 15-16 ມິຖຸນາ 2018 ທີ່ ບາງກອກ.

ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຂອບໃຈ ຕໍ່ ທ່ານ ອັດຖະຢຸດ ສຣີສະມຸດ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດໄທ ກໍ່ຄືລັດ ຖະບານ ໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຂອບການຮ່ວມມື ACMECS ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ໄທ ທີ່ມີແນວຄິດລິເລີ່ມ ສ້າງແຜນແມ່ບົດ ACMECS ແຕ່ປີ 2019-2023 ເພື່ອປັບປຸງກົນໄກການຮ່ວມມື ແລະ ເປັນບ່ອນອີງໃນການສືບຕໍ່ຮັດແໜ້ນການ ຮ່ວມມື ລະຫວ່າງປະເທດສະມາຊິກໃນຕໍ່ໜ້າ ລວມທັງຂໍ້ລິເລີ່ມໃນການສ້າງຕັ້ງກອງທຶນພື້ນຖານໂຄງລ່າງ ACMECS, ເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ ພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ໄທ ຈະປະສົບຜົນສໍາເລັດຢ່າງສະຫງ່າງາມ.

ທ່ານ ອັດຖະຢຸດ ສຣີສະມຸດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການພົບປະໃນຄັ້ງນີ້. ທ່ານ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ແລະ ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການກະກຽມ ດ້ານຕ່າງໆ ໃຫ້ແກ່ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ລວມທັງການສະເໜີຂໍພົບປະສອງຝ່າຍ ລະຫວ່າງ    ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາຍົກລັດຖະມົນຕີ ໄທ ໃນໄລຍະກອງປະຊຸມສຸດຍອດດັ່ງກ່າວ ແລະ ປະເດັນອື່ນໆ ທີ່ປິ່ນອ້ອມ ການຮ່ວມມື ລາວ-ໄທ ໃນຂອບສອງຝ່າຍ ແລະ ການຮ່ວມມືພາກພື້ນ ໂດຍສະເພາະ ACMECS.

ໃນຕອນທ້າຍ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ອວຍພອນໃຫ້ ທ່ານ ອັດຖະຢຸດ ສຣີສະມຸດ ພ້ອມດ້ວຍຄະນະ ປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍ ໃນໜ້າທີ່ວຽກງານ ໃນຖານະຜູ້ຕາງໜ້າພິເສດຂອງ ລັດຖະມົນຕີ ກະຊວງ ການຕ່າງປະເທດ ໄທ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485595
ມື້ນີ້100
ມື້ວານ196
ອາທິດນີ້631
ເດືອນນີ້4900