ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ບັນດາທຸຕານຸທູດປະເທດສະມາຊິກ ສະຫະພາບເອີຣົບ

sp hup eu1

sp hup eu2

ໃນວັນທີ 6 ມິຖຸນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທຸຕານຸທູດປະເທດສະມາຊິກ ສະຫະພາບ ເອີຣົບ (ອີຢູ), ໃນນັ້ນ ສໍານັກງານຜູ້ຕາງໜ້າອີຢູ, ອັງກິດ, ເຢຍລະມັນ ແລະ ຝຣັ່ງ ມີສໍານັກງານການທູດຂອງຕົນຕັ້ງຢູ່ ສປປ ລາວ; ແລະ ອີກ 7 ປະເທດ ຄື: ແອັດສະປາຍ, ໂອຕຣິດ, ລຸກຊໍາບວກ, ຊູແອັດ, ໂຮນລັງ, ແບນຊິກ ແລະ ສະໂລວາກີ ບໍ່ມີສໍານັກງານການທູດຕັ້ງຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ບັນດາທຸຕານຸທູດປະເທດສະມາຊິກອີຢູ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງການທູດຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ໃນໄລຍະດໍາລົງຕໍາແໜ່ງຢູ່ ສປປ ລາວ ບັນດາທຸຕານຸທູດ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະເທດສະມາຊິກອີຢູ ໃນຂອບສອງຝ່າຍ ແລະ ຂອບການຮ່ວມມືຫຼາຍຝ່າຍ ລາວ-ອີຢູ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນັ້ນ, ຍັງໄດ້ໃຫ້ຄໍາຢືນຢັນວ່າ ຈະໃຫ້ການຮ່ວມມືເປັນຢ່າງດີ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງບັນດາທຸຕານຸທູດ ຢູ່ ສປປ ລາວ ປະສົບຜົນສໍາເລັດດ້ວຍດີ. ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ: ປີ 2018 ນີ້ແມ່ນ ປີທ່ອງທ່ຽວລາວ, ຊຶ່ງໄດ້ຈັດຫຼາຍກິດຈະກໍາການທ່ອງທ່ຽວໃນແຕ່ລະແຂວງຂອງລາວ ໃຫ້ມີຄວາມຟົດຟື້ນ ບົນພື້ນຖານການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ແລະ ສະເໜີໃຫ້ບັນດາທຸຕານຸທູດ ຊຸກຍູ້ຂົນຂວາຍນັກທ່ອງທ່ຽວຂອງຕົນ ຈາກເອີຣົບມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ.

ນອກຈາກນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ, ຊຶ່ງການພົວພັນແມ່ນຢູ່ໃນທ່ວງທ່າທີ່ດີ, ເຖິງແມ່ນວ່າ ບາງດ້ານຍັງມີຂໍ້ຄົງຄ້າງ ແລະ ບໍ່ສະດວກບາງຄັ້ງຄາວ. ເຖິງແນວໃດກໍ່ຕາມ, ອີຢູ ແມ່ນໄດ້ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ ແກ່ ສປປ ລາວ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ນັບແຕ່ປີ 2014-2020 ມີມູນຄ່າເຖິງ 207 ລ້ານເອີໂຣ, ຊຶ່ງແບ່ງເປັນ 2 ໄລຍະ ຄື: ສົກປີ 2014-2015 ຈໍານວນ 45 ລ້ານເອີໂຣ ແລະ ສົກປີ 2016-2020 ຈໍານວນ 162 ລ້ານເອີໂຣ, ໂດຍເນັ້ນໃສ່ວຽກງານທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາຂັ້ນພື້ນຖານ, ດ້ານສາທາລະນະສຸກ, ດ້ານວຽກງານກົດໝາຍ ແລະ ສິດທິມະນຸດ, ດ້ານການປົກຄອງ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆພາຍໃຕ້ການຊ່ວຍເຫຼືອຂອງ ອີຢູ ແລະ ປຶກສາຫາລື ເພື່ອສືບຕໍ່ຊຸກຍູ້ການປະຕິບັດບັນດາໂຄງການດັ່ງກ່າວໃຫ້ໄດ້ຮັບໝາກຜົນຢ່າງມີປະສິດທິພາບໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຝ່າຍ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ແລໂອ ຟາເບີ (Leo Faber), ເອກອັກຄະລັດຖະທູດ ແຫ່ງ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ກໍໄດ້ຕາງໜ້າໃຫ້ຄະນະທຸຕານຸທູດ ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາຢຶນຢັນວ່າ ຕະຫຼອດໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ພ້ອມນີ້, ກໍ່ໄດ້ແຈ້ງແຜນການ ແລະ ຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ ຂອງຄະນະທຸຕານຸທູດ ໃນຄັ້ງນີ້ວ່າ ເປັນການຢັ້ງຢືນຄືນອີກເທື່ອໜຶ່ງ ຕໍ່ນະໂຍບາຍຂອງອີຢູ ໃນການຊ່ວຍເຫຼືອພັດທະນາ ສປປ ລາວ ແລະ ກໍ່ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ແລະ ເປັນການສ້າງໂອກາດໃຫ້ບັນດາທຸຕານຸທູດ ໄດ້ເຫັນສະພາບການຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ, ການເມືອງ ແລະ ການລົງທຶນ ຢຸ່ ສປປ ລາວ, ທັງຮັບຊາບນະໂຍບາຍ ແລະ ວິໄສທັດ ຂອງລັດຖະບານຊຸດໃໝ່ ໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອໃຫ້ຫຼຸດພົ້ນອອກຈາກບັນຊີປະເທດດ້ອຍພັດທະນາ ໃນປີ 2020 ແລະ ບັນລຸຕາມແຜນພັດທະນາ (SDGs) ຂອງອົງການສະຫະປະຊາຊາດ ອີກດ້ວຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052