ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ ສືບຕໍ່ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ

tp som con

    ໃນ​ວັນ​ທີ 6 ມິຖຸນາ 2018 ທີ່ ສິງກະໂປ,​ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ.

ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ບັນດາປະເທດອາຊຽນ ແລະ ບວກສາມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືໄລຍະປີ 2018-2022 ແລະ ບັນດາຂໍ້ສະເໜີແນະຂອງໜ່ວຍງານຜູ້ຊົງຄຸນວຸດທິອາຊີຕາເວັນອອກ II (EAVG II) ເຊິ່ງເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບທິດທາງເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຢໍ້າຄືນເຖິງຄວາມສຳຄັນໃນການຮັດແໜ້ນການຮ່ວມມືໃນດ້ານຕ່າງໆເຊັ່ນ: ເສດຖະກິດ, ການເຊື່ອມຈອດ, ການເງິນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ວຽກງານສາທາລະນະສຸກ ແລະ ອື່ນໆ ແນໃສ່ເສີມຂະຫຍາຍບົດບາດຂອງອາຊຽນບວກສາມໃນການເປັນກົນໄກຫຼັກ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງໄດ້ກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມລັດຖະມົນ ຕີການຕ່າງປະເທດ ອາຊຽນບວກສາມ ທີ່ຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2018 ທີ່ ສິງກະໂປ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຄຳຕົກລົງຂອງຜູ້ນຳໃນກອງປະຊຸມສຸດຍອດ ອີເອເອສ ຄັ້ງທີ 12 ໃນປີຜ່ານມາ ກໍຄືກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງຂອບການຮ່ວມມືດັ່ງກ່າວ ເຊັ່ນ: ການເງິນ, ພະລັງງານແລະສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບແລະພະຍາດລະບາດ, ການຄຸ້ມຄອງໄພພິບັດ ແລະການເຊື່ອມຈອດອາຊຽນ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມືໃນຂອບອີເອເອສ ແລະ ໄດ້ຢໍ້າຄືນຄວາມສຳຄັນຂອງ ອີເອເອສ ເປັນເວທີປຶກສາຫາລືຂອງຜູ້ນຳ ກ່ຽວກັບບັນຫາຍຸດທະສາດຂອງພາກພື້ນ ແລະ ສາກົນ ພ້ອມທັງເພີ່ມທະວີການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆເຊັ່ນ: ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ, ພະຍາດລະບາດ ແລະ ອື່ນໆ. ນອກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສອີເອເອສ ຍັງໄດ້ກະກຽມທາງດ້ານເນື້ອໃນ ແລະ ອື່ນໆໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອີເອເອສ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2018 ທີ່ ສິງກະໂປ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນສະພາບການຢູ່ແຫຼມເກົາຫຼີ ແລະ ທະເລຈີນໃຕ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847