ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນ ໃນ ສປປ ລາວ

open lao global

ກະຊວງການຕ່າງປະເທດ ຈັດພິທີເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນ ໃນ ສປປ ລາວ ( Global Center for Mekong Studies of Laos:  GCMS-Laos), ​ໃນວັນທີ 6 ມິຖຸນາ 2018, ຢູ່ສະຖາບັນການຕ່າງປະເທດ,  ​ໂດຍ​ການເປັນປະທານໃນການຕັດແຖບຜ້າ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ,  ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫວັງ ເວີນທຽນ (Wang Wentian),  ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ,  ມີຜູ້ຕ່າງໜ້າຈາກກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງ ສປ ຈີນ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

​ໂອກາດ​ນີ້, ທ່ານ ນາງ ພິມພາ ແກ້ວມີໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ ​ແລະ ທ່ານ Lin Qing, ຫົວໜ້າກົມຄົ້ນຄວ້າບັນຫາສາກົນ  ຂອງສະຖາບັນຄົ້ນຄວ້າສາກົນຂອງຈີນ,  ຫົວໜ້າກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງສາກົນຂອງຈີນໄດ້ໃຫ້ຮູ້ວ່າ: ການຮ່ວມມືໃນຂອບເຂດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເປັນກົນໄກການຮ່ວມມືອະນຸພາກພື້ນທີ່ເຊື່ອມຕໍ່ລະຫວ່າງ  ສປ ຈີນ ແລະ ບັນດາປະເທດສະມາຊິກອານຸພາກພື້ນແມ່ນ້ຳຂອງ  ທີ່ເນັ້ນໃສ່ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ  ​ເຊິ່ງລັດຖະບານຈີນ ໃຫ້ຄວາມສຳຄັນ ໃນການຮ່ວມ ມືກັບທຸກປະເທດ  ບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບນະໂຍບາຍຂອງຈີນ   ທີ່ໃຫ້ຄວາມສຳຄັນໃນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ.  ການເປີດ ສູນ GCMS-Laos ເປັນກາລະໂອກາດອັນດີໃຫ້ແກ່ ສປປ ລາວ ໃຫ້ບັນລຸເປົ້າໝາຍຍຸດທະສາດການຫັນປະເທດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ  ກາຍເປັນປະເທດທາງຜ່ານຂອງສາກົນ  ອັນເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ  ເຮັດໃຫ້ປະຊາຊົນລາວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ສປປ ລາວ ເປັນປະເທດທີ 2 ທີ່ໄດ້ເປີດສູນຄົ້ນຄວ້າ  ແມ່ນ້ຳຂອງສາກົນ ຫລື GCMS ຖັດຈາກປະເທດກຳປູເຈຍ ​ເຊິ່ງໄດ້ເປີດສູນ GCMS- Cambodia  ໃນເດືອນກັນຍາ 2017 ທີ່ຜ່ານມາ. ສູນ GCMS ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 28 ກັນຍາ 2017 ເຊິ່ງເປັນການລິເລີ່ມຂອງຝ່າຍຈີນ  ແລະ ບັນດາປະເທດສະມາຊິກ ໄດ້ເຫັນດີຕໍ່ການລິເລີ່ມດັ່ງກ່າວ  ແລະ ເຫັນພ້ອມຮັບຮອງເອົາ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ  ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ  ຄັ້ງທີ 2 ( The 2th Lancang-Mekong Cooperation: LMC)  ໃນເດືອນພະຈິກ 2016, ທີ່ພະນົມເປັນ ປະເທດກຳປູເຈຍ  ​ເຊິ່ງເປັນເຄືອຂ່າຍຄັງປັນຍາ (Think Thank)  ໃນຂອບການຮ່ວມມືດັ່ງກ່າວ ເພື່ອສົ່ງເສີມການຮ່ວມມື,  ການແລກປ່ຽນທາງດ້ານວິຊາການ ແລະ ຍົກສູງການມີສ່ວນຮ່ວມ ຂອງບັນດາສະຖາບັນຄົ້ນຄ້ວາ ໃນການຕອບສະໜອງຄວາມຄິດເຫັນ,  ຂໍ້ສະເໜີແນະທາງດ້ານນະໂຍບາຍໃຫ້ແກ່ລັດຖະບານ  ແລະ ອົງການຈັດຕັ້ງສາກົນອື່ນໆ.  ທັງນີ້, ກໍເພື່ອເປັນການສົ່ງເສີມການຮ່ວມມືກັນ ສຳລັບອານາຄົດຕໍ່ແຫ່ງການພັດທະນາທີ່ຮຸ່ງເຮືອງຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງ 6 ປະເທດຄື: ລາວສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484473
ມື້ນີ້177
ມື້ວານ273
ອາທິດນີ້911
ເດືອນນີ້3778