ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ແດນລີ ຄັ້ງທີ 10

AseanDP2018723

 ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມປະຊຸມເວທີປຶກສາຫາລື ແດນລີ (Delhi Dialogue) ຄັ້ງທີ 10, ພາຍໃຕ້ຫົວຂໍ້ "ສົ່ງເສີມທ່າແຮງການຮ່ວມມືທາງທະເລ ລະຫວ່າງ ອາຊຽນ ແລະ ອິນເດຍ" ເຊິ່ງໄດ້ຈັດຂຶ້ນໃນວັນທີ 19-20 ກໍລະກົດ 2018, ທີ່ ນິວແດນລີ, ອິນເດຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ແທນຂັ້ນສູງຈາກບັນດາແຂວງພາກຕາເວັນອອກສຽງເຫນືອຂອງອິນເດຍ, ຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກອາຊຽນ, ຜູ້ຊົງຄຸນວຸດທິ, ສາດສະດາຈານ, ນັກຄົ້ນວ້າຈາກສະຖາບັນ ແລະ ມະຫາ ວິທະຍາໄລຕ່າງໆພາຍໃນ ອິນເດຍ ແລະ ພາກພື້ນ ເຊິ່ງໄດ້ພ້ອມກັນປຶກສາຫາລື ຕໍ່ຫລາຍບັນຫາທີ່ສຳຄັນ ເຊິ່ງຈະປະກອບສ່ວນໃຫ້ແກ່ການສົ່ງເສີມການຮ່ວມມື ລະຫວ່າງສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືທາງທະເລ ລະຫວ່າງ ອາຊຽນ ແລະ ອິນເດຍ. ກອງປະຊຸມໄດ້ປຶກສາຫາລືຕໍ່ຫລາຍຫົວຂໍ້ທີ່ພົ້ນເດັ່ນຄື: ການສົ່ງເສີມສາຍພົວພັນ ແລະ ມູນເຊື້ອດ້ານວັດທະນະທຳ-ສັງຄົມ, ການສົ່ງເສີມການຄ້າ, ການລົງທຶນ, ແລະ ເທັກໂນໂລຢີ, ການສົ່ງເສີມວິສາຫະກິດຂະຫນາດກາງ ແລະ ນ້ອຍ, ການສົ່ງເສີມການທ່ອງທ່ຽວ, ການສ້າງຕົວເມືອງທັນສະໄໝ ແລະ ລະບຽບການຄ້າໃນການຮ່ວມມືທາງທະເລ. ໃນໄລຍະດຽວກັນ, ທ່ານ ພົງສະຫວັນ ສີສຸລາດ, ຫົວຫນ້າກົມອາຊຽນ ແລະ ຄະນະກໍ່ໄດ້ເຂົ້າກອງປະຊຸມສຳມະນາ ກ່ຽວກັບ ເສດຖະກິດສີຟ້າ (Blue Economy) ຄັ້ງທີ 2 ເຊິ່ງ ກອງປະຊຸມໄດ້ເນັ້ນໃສ່ ການປຶກສາຫາລື ກ່ຽວກັບ ໂອກາດການຮ່ວມມືລະຫວ່າງ ອາຊຽນ ແລະ ອິນເດຍ ໃນການຈັດຕັ້ງປະຕິບັດແນວຄວາມຄິດເສດຖະກິດສີຟ້າ ໃຫ້ປະກົດຜົນເປັນຈິງ ເຊິ່ງຈະເປັນພື້ນຖານໃຫ້ແກ່ການຮ່ວມມືທາງທະເລທີ່ຍືນຍົງ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຕໍ່ຫນ້າ.

ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການເຊື່ອມຈອດໃນພາກພື້ນ ເພື່ອສ້າງເງື່ອນໄຂໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ, ແລະ ການພັດທະນາໃນພາກພື້ນ. ພ້ອມດຽວກັນ, ກໍ່ໄດ້ຍົກໃຫ້ເຫັນເຖິງຜົນກະທົບຕໍ່ສິ່ງແວດລ້ອມທີ່ອາດຈະຕາມມາ. ນອກຈາກນີ້, ກໍ່ໄດ້ຊຸກຍູ້ໃຫ້ຝ່າຍອິນເດຍສືບຕໍ່ເລັ່ງລັດໂຄງການເຊື່ອມຈອດທາງບົກກັບອາຊຽນໂດຍສະເພາະແມ່ນໂຄງສ້າງທາງຫລວງ 2 ເສັ້ນຄື: ໂຄງການທາງຫລວງສາມຝ່າຍລະຫວ່າງ ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ ມາຍັງ ລາວ, ກຳປູເຈຍ ແລະ ຫວຽດນາມ; ແລະ ໂຄງການການສ້າງທາງຫລວງ ອິນເດຍ-ມຽນມາ-ລາວ-ຫວຽດນາມ-ກຳປູເຈຍ.

ກອງປະຊຸມເວທີປຶກສາຫາລື ແດນລີ ເປັນເວທີ ເຄິ່ງທາງການ (1.5 Track) ເຊິ່ງໄດ້ຈັດຂື້ນທຸກໆປີ. ສປປ ລາວ ໄດ້ຖືກເຊີນເຂົ້າຮ່ວມເວທີນີ້ຢ່າງເປັນປະຈຳ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485473
ມື້ນີ້174
ມື້ວານ227
ອາທິດນີ້509
ເດືອນນີ້4778