ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມອຶ່ນໆທີ່ກ່ຽວຂ້ອງ

ໃນວັນທີ 31 ກໍລະກົດ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດ​ຂຶ້ນ​ໃນ​ໂອກາ​ດກອງປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 51 ພາຍໃຕ້ການເປັນປະທານຂອງ ສິງກະໂປ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ສ້າງຄວາມເຂັ້ມແຂງຂອງປະຊາຄົມ​     ການເມື​ອງ-ຄວາມຫມັ້ນຄົງອາຊຽນ ກໍ​ຄື​ການຈັດຕັ້ງປະ​ຕິ​ບັດ​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມື​ອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025 ​ແລະ ຮັບ​​ຟັງຜົນ​ຂອງ​ກອງ​ປະຊຸ​ມ​ເຄຶ​ອຂ່າຍ​ເມືອງ​ທັນສະ​ໄຫ​ມອາຊຽນ ຊຶ່ງ​ໄດ້​ຮັບຮອງ​ເອົາ​​ແຜ​ນວຽກ ວ່າ​ດ້ວຍ ​​ເຄຶ​ອຂ່າຍ​ເມືອງ​ທັນສະ​ໄຫ​ມ ອາຊຽນ (ASEAN Smart Cities Framework) ແລະ ແຜນປະຕິບັດງານເມືອງທັນສະໄໝ (Smart City Action Plans)ອງບັນດາເມືອງຕົວແບບທັງໝົ​ດ 26 ຕົວ​ເ​​ມື​ອງ ຈາກ​ 10 ປະ​ເທດ​ສະມາຊິກ​ອາຊຽນ ຊຶ່ງ​ເອກະສາ​ນດັ່ງກ່າວ ຈະນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ່ 33 ​ໃນ​ເດື​​ອນ ພະ​ຈິກ 2018 ​ເພື່ອຮັບຮອງ.

ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມທາງ​ດ້ານ​ເນື້ອ​ໃນ ແລະ ດ້ານ​ອື່ນໆສໍາລັບກອງປະຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ51, ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດອາຊຽນກັບຄູ່​ເຈລະຈາ​ອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະ​ເທດອາຊຽນ ບວກສາມ ຄັ້ງທີ 19, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງ ປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ຄັ້ງທີ 8, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 25 ​ແລ​ະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນີວເຄລຍອາຊີຕາເວັນອອກສ່ຽງໃຕ້,​​ໃນ​ລະຫວ່າງ ວັນ​ທີ 1-4 ສິງຫາ 2018ລວມທັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່​ຈະ​ຈັດຂຶ້ນ​ໃນ​​ເດືອນ ພະຈິກ 2018.

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ ຍັງ​ໄດ້​ສະ​ແດງ​ຄວາມ​​​ເສົ້າ​ສະຫຼົດ​ໃຈ ​ແລະ ຄວາມ​ເຫັນ​ໃຈ​ຕໍ່ ລັດຖະບານ ​ແລະ ປະຊາຊົນລາວ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ໄພ​ນໍ້າ​ຖ້ວມ​ຢ່າງ​ກະທັນຫັນ​ ທີ່​ເກີດ​ຈາກ​ຄູ​ກັນ​ນໍ້າຂອງ​ເຂື່ອນ​ໄຟຟ້າ    ​ເຊ​ປຽນ-​ເຊ​ນໍ້າ​ນ້ອຍ ຢູ່ ອັດ​ຕະປື ​ໃນ​ວັນ​ທີ 23 ກໍລະກົດ 2018 ລວມທັງ ສະ​ແດງຄວາມ​ເສຍ​​ໃຈຕໍ່​ປະ​ເທດ​ສະມາ​ຊີກ​ອາຊຽນອື່ນໆທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະຊາດ ​ກໍ​ຄື ​ເຫດການ​​​​ແຜ່ນ​​​​​​ດິນ​ໄຫວ​ທີ່​ເກີດ​ຂຶ້້ນທີ່ ລົມ​ບອກ, ອິນ​ໂດ​ເນ​ເຊຍ.

ໃນ​ວັນ​ດຽວ​ກັນ, ທ່ານ ທອງຜ່ານ ສະຫວັນ​​ເພັດ ກໍ​ໄດ້ສືບ​ຕໍ່​ເຂົ້າຮ່ວມ​ກອງ​ປະຊຸມຄະນະ​ບໍລິຫານ​ງານ​ຂອງ​ຄະນະກໍາມາທິການເຂດປອດອາວຸດນວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມ​ດັ່ງ​ກ່າ​ວ ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານເພື່ອສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ການສ້າງອາຊຽນໃຫ້ເປັນເຂດປອດອາວຸດນິວເຄລຍ 2018-2022 ແລະ ໄດ້ຮັບ​ຊາບ​ຜົນ​ກອງ​ປະ​ຊຸມ​ຂອງ​ເຄືອ​ຂ່າຍ​ອົງ​ການ​ປະ​ລາ​ມະ​ນູ​ອາ​ຊຽນ ເປັນ​ຕົ້ນ​ແມ່ນ ການ​ຮ່າງແຜນວຽກ 5 ປີ, ການ​ສ້າງກົນ​ໄກ​ການຮ່ວມມືລະຫວ່າງອາຊຽນ ແລະ ອົງການປະລາມະນູສາກົນໃນຂົງເຂດວຽກງານວິທະຍາສາດເຕັກໂນໂລຢີ ແລະ ການນໍາໃຊ້ນິວເຄລຍເພື່ອຄວາມຫມັ້ນຄົງ ແລະ ປອດໄພ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485475
ມື້ນີ້176
ມື້ວານ227
ອາທິດນີ້511
ເດືອນນີ້4780