ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອັງກິດ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

02018824 kongpasoum1

02018824 kongpasoum2

      ໃນ​ລະຫວ່າງ​ວັນ​ທີ 23-25 ສິງຫາ 2018,  ທ່ານ Mark Field ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ  ​ແຫ່ງ ສະຫະຣາຊະ​ອານາຈັກອັງກິດ  ​ແລະ ອຽກລັງ​ເໜືອ ພ້ອມ​ດ້ວຍ​ຄະນະ  ​​ໄດ້​ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ ​ຢ່າງ​ເປັນ​ທາງ​ການ.

     ​ໃນ​ໄລຍະ​ການ​ຢ້ຽມຢາມ​ດັ່ງກ່າວ, ທັງ​ສອງ​ຝ່າຍ ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ທາງ​ດ້ານ​ການ​ເມືອງ  ລາວ-ອັງກິດ ຄັ້ງ​ທີ 2 ​ໂດຍ​ຕາງໜ້າ​ຝ່າຍ​ລາວ  ​ແມ່ນ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ  ຮອງ​ລັດ​ຖະ​ມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຝ່າຍ​ອັງກິດ​ ແມ່ນ​ທ່ານ Mark Field  ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອັງກິດ.  ​ໃນ​ກອງ​ປະຊຸມ ທັງ​ສອງ​ຝ່າຍ  ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ ການ​ເສີມ​ຂະຫຍາຍ​ກາ​ນພົວພັນ​ຮ່ວມ​ມື  ລະຫວ່າງ​ສອງ​ປະ​ເທດ​ໃນ​ຕໍ່ໜ້າ,  ​ແລກປ່ຽນ​ທັດສະນະ​ຕໍ່​ສະພາບ​ກາ​ນພົ້ນ​ເດັ່ນ​ຂອງ​ພາກ​ພື້ນ  ​ແລະ ສາກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

    ພາຍ​ຫລັງ​ສອງ​ປະ​ເທດ ລາວ-ອັງກິດ  ​ໄດ້​ສ້າງ​ຕັ້ງສາຍ​ພົວພັນ​ການ​ທູດ  ມາ​ແຕ່​ປີ 1955 ອັງກິດ ​ໄດ້​ໃຫ້ການ​ຊ່ວຍ​ເຫ​ລື​ອ​ແກ່  ສປປ ລາວ ທັງ​ໃນ​ຂອບ​ສອງ​ຝ່າຍ  ​ແລະ ຫລາຍ​ຝ່າຍ ​ເປັນ​ຕົ້ນ ຂະ​ແໜງ​ສາທາລະນະ​ສຸກ  ຜ່ານ​ອົງການ Welcome Trust Oxford University ມູນ​ຄ່າ  1,3 ລ້ານ​ໂດ​ລາ​ສະຫະລັດ,  ຊ່ວຍ​ຕິດ​ຕັ້ງ​ອຸປະກອນ ​ແລະ ຄົ້ນ​ຄວ້າ​ພະຍາດ​ໃຫ້​ໂຮງໝໍ​ມະ​ໂຫສົດ  4 ລ້ານ​ໂດ​ລາ​ສະຫະລັດ,  ທຶນ​ການ​ສຶກສາ​ຜ່ານ​​ໂຄງການ Chevening ​ໃນ​ປີ 2017  ຈຳນວນ 5 ທຶນ, ​ ໂຄງການ​ເກັບ​ກູ້ລະ​ເບີ​ດ ຜ່ານ​ອົງການ MAG ​ແລະ ອົງການ  HALO TRUST ມູນ​ຄ່າ 5 ລ້ານ​ໂດ​ລາ​ສະຫະລັດ.  ນອກ​ນັ້ນ, ຍັງ​ໄດ້​​ໃຫ້ການ​ຊ່ວຍ​ເຫລືອ ​ດ້ານ​ການ​ຝຶກ​ອົບຮົມ ​ໃນ​ຂະ​ແໜງ​ການ​ຕ່າງໆ  ອັນ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ ໃນ​ການ​ສ້າງສາ​ພັດທະນາ ສປປ ລາວ  ​ໃຫ້​ຫລຸ​ດພົ້ນ​ຈາກ​ຄວາມທຸກ​ຍາກ ກັບ​ສູ່​ ການ​ພັດທະນາ​ແບບ​ຍືນຍົງ​ເທື່ອ​ລະ​ກ້າວ.

ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ Mark Field ​ ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ໃນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືຂອງ​ສອງ​ປະ​ເທດ ​ໃຫ້​ມີ​ບາດກ້າວ​ໃໝ່. ຫຼັງຈາກສຳເລັດກອງປະຊຸມປຶກສາຫາລືດ້ານການເມືອງ, ຄະນະຜູ້ແທນອັງກິດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກດ້ວຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485614
ມື້ນີ້119
ມື້ວານ196
ອາທິດນີ້650
ເດືອນນີ້4919