ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງ ຂອງຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈໍາ ສປປ ລາວ

2018.10.31 sp hup UNFPA

     ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 31 ຕຸລາ 2018 ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ​ແລະ ຍື່ນ​ຈົດໝາຍ​ແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ Mariam Asghar Khan, ຜູ້ຕາງໜ້າ​ຄົນໃໝ່ຂອງ​ ອົງການສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ (UNFPA) ປະຈຳ ສປປ ລາວ.​

     ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ມາ​ຍັງ​ຜູ້ຕາງໜ້າ​ຂອງ​ ອົງການ UNFPA ຄົນ​ໃໝ່ ປະຈຳ ສປປ ລາວ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ທີ່​ດີ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ ​ອົງການ UNFPA ຕໍ່ ສປປ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ.​ ທ່ານ ​ແສງ​​ເພັດ ຮຸ່ງ​ບຸນ​ຍວງ ​ຍັງ​ໄດ້ສະແດງຄວາມໝັ້ນໃຈວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ຜູ້ຕາງໜ້າ​ຄົນ​ໃໝ່, ອົງການ UNFPA ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ໃຫ້ການ​ສະໜັບສະໜູນ​ແກ່ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ, ກໍ່ຄືຄວາມພະຍາຍາມໃນການຫຼຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ ແລະ ການບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ທີ່​ກ່ຽວຂ້ອງ​ກັບ​ຂອບ​ວຽກ​ງານ​ຂອງ ​ອົງການ UNFPA ​ໃຫ້​ບັນລຸ​ໄດ້​ຕາມ​ຄາດໝາຍ. ​ນອກ​ນີ້, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ກໍ່​ຍັງ​ສະ​ແດງຄວາມ​ຂອບ​ໃຈຕໍ່​ອົງການ​ດັ່ງກ່າວທີ່​ໃຫ້ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແກ່​ປະຊາຊົນ​ຜູ້​ປະສົບ​ໄພພິບັດ​ທີ່ ​ແຂ​ວງ ອັດ​ຕະປື ​ແລະ ບັນດາ​ແຂວງ​ອື່ນໆ​ຂອງ​ລາວ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ອັນ​ໜັກໜ່ວງ​ໃນ​ປີ 2018 ນີ້, ພ້ອມ​ທັງ​ອວຍພອນ​ໃຫ້​ທ່ານ​ຜູ້ຕາງໜ້າ ​ອົງການ UNFPA ຄົນ​ໃໝ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ທ່ານ.​

​      ​ພ້ອມ​ດຽວ​ກັນ​ນີ້,​ ທ່ານ ນາງ Mariam Asghar Khan ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ. ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ອົງການ UNFPA ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ລັດຖະບານ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ຮ່ວມ​ມື​ສອງຝ່າຍ​ໃຫ້​ໄດ້​ຮັບ​ໝາກຜົນທີ່​ດີ​ໃນ​ອະນາຄົດ​ຂ້າງ​ໜ້າ.​ ​

     ໃນປັດຈຸບັນອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍໂຄງການເຊັ່ນ: ການຈັດຕັ້ງປະຕິບັດກິດຈະກຳ ທາງດ້ານສຸຂະພາບຈະເລີນພັນ ແລະ ສຸຂະອະນາໄມສຳລັບເດັກ ແລະ ໄວໜຸ່ມ, ວຽກງານປະຊາກອນ ແລະ ການພັດທະນາ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ການສຶກສາ ກໍ່ຄື ການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480412
ມື້ນີ້70
ມື້ວານ172
ອາທິດນີ້810
ເດືອນນີ້6643