ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາລະດັບຊາດ ກ່ຽວກັບ ການເຄື່ອນຍ້າຍຖິ່ນຖານ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM)

20181115IOMmeetingAtNCC3

20181115IOMmeetingAtNCC4

      ໃນວັນທີ 15 ພະຈິກ 2018, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຈັດກອງປະຊຸມສຳມະນາລະດັບຊາດກ່ຽວກັບ ການເຄື່ອນຍ້າຍຖິ່ນຖານ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ແລະ ອົງການ IOM, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ລໍຣາ ທອມຊັນ, ຮອງຜູ້ອຳນວຍການໃຫຍ່ ອົງການ IOM, ທີ່ມາຈາກສໍານັກງານໃຫຍ່ ທີ່ ເຊີແນວ, ປະເທດສະວິດ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ, ຜູ້ປະສານງານຫ້ອງການ ສປຊ, ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ. ກອງປະຊຸມສຳມະນາຮ່ວມດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທໍາອິດ ລະຫວ່າງ ສປປ ລາວ ແລະ ອົງການ IOM ພາຍຫຼັງ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການ IOM ຢ່າງເປັນທາງການໃນທ້າຍເດືອນມິຖຸນາ ທີ່ຜ່ານມາ, ຊຶ່ງມີບັນດາຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງກ່ຽວຂ້ອງອ້ອມຂ້າງສູນກາງ,ຄູ່ຮ່ວມພັດທະນາ, ບັນດາອົງການເຄືອຂ່າຍ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ​ເຂົ້າ​ຮ່ວມ.

      ຈຸດປະສົງຕົ້ນຕໍຂອງກອງປະຊຸມດັ່ງກ່າວ ​ແມ່ນ​ເພື່ອຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງກະຊວງ ແລະ ຂະ​ແໜງ​ການ​ກ່ຽວຂ້ອງ ຕໍ່ກັບວຽກ​ງານການເຄື່ອນຍ້າຍຖິ່ນຖານ ໂດຍຜ່ານບົດນຳສະເໜີທີ່ສຳຄັນ ແລະ ການປຶກສາຫາລືແບບມີສ່ວນຮ່ວມຂອງຜູ້ເຂົ້າຮ່ວມໃນກອງປະຊຸມ. ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້ປຶກສາຫາລືກັນ ກ່ຽວກັ ບສາຍພົວພັນດ້ານຕ່າງໆຂອງການເຄື່ອນຍ້າຍຖິ່ນຖານ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຂອງ ລາວ ແລະ ວາລະ 2030 ​ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂອງອົງການ ສປຊ ແລະ ໄດ້ນຳສະເໜີຫຍໍ້ ກ່ຽວກັບ ຮ່າງຖະ​ແຫຼ​ງການສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບແລະປົກກະຕິ. ນອກຈາກນີ້, ກອງປະຊຸມດັ່ງກ່າວ ຍັງໄດ້ ປຶກສາຫາລື ກ່ຽວກັບ ທິດທາງແຜນການໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃນຕໍ່ໜ້າ.

      ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ ຄະນະປະທານຮ່ວມໄດ້ສະຫລຸບຕີລາຄາ ເຖິງຜົນສຳເລັດຂອງກອງປະຊຸມສຳມະນາຄັ້ງນີ້ວ່າ ເປັນບາດກ້າວທີ່ສຳຄັນສຳລັບການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ, ອົງການ IOM ປະຈໍາ ສລາວ ແລະ ຄູ່ຮ່ວມພັດທະນາ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື​​ ແລະ ສະໜັບສະໜູນ ລັດຖະບານ ສປປ ລາວ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານລັດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ, ການຊ່ວຍເຫລືອຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ການເຄື່ອນຍ້າຍຖິ່ນຖານລະຫວ່າງປະເທດ, ການຄຸ້ມຄອງການເຂົ້າ-ອອກເມືອງ ແລະຊາຍແດນ, ການປິ່ນປົວສຸຂະພາບໃຫ້ແກ່ແຮງງານເຄື່ອນຍ້າຍ, ການຕອບໂຕ້ ແລະ ການຊ່ວຍເຫລືອໃນພາວະໄພພິບັດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484644
ມື້ນີ້160
ມື້ວານ188
ອາທິດນີ້1082
ເດືອນນີ້3949