ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການຍື່ນໜັງສືແຕ່ງຕັ້ງຂອງຜູ້ຕາງໜ້າຄົນໃໝ່ຂອງອົງການອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ

20181212VFMrecFAO1

20181212VFMrecFAO2

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 12 ທັນວາ 2018, ທີ່​ກະຊວງ​ການ​ຕ່າງປະ​ເທດ, ​ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ໄດ້ຮັບການເຂົ້າ​ຢ້ຽມ​ຄ່ຳ​ນັບ ​ແລະ ການຍື່ນ​ໜັງສື​ແຕ່ງ​ຕັ້ງ ​ຂອງ​ ທ່ານ ມູຮາມັດ ນາຊາ ຮາຢັດ (Mr. Muhammad Nasar Hayat) ຜູ້ຕາງໜ້າຄົນໃໝ່ ຂອງ ອົງການອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານຜູ້ຕາງໜ້າຄົນໃໝ່ຂອງອົງການ FAO ປະຈໍາ ສປປ ລາວ. ທ່ານ ແສງເພັດ ຮ່ວງບຸນຍ່ວງ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງອົງການ FAO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ FAO ຈະປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ​ແລະ ການ​ບັນ​ລຸ​​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ FAO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະການສົ່ງເສີມຜະລິດຕະພັນກະສິກຳ ແລະ ການພັດທະນາຊົນນະບົດ, ການປັບປຸງການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ການສົ່ງເສີມ ແລະ ປົກປັກຮັກສາລະບົບນິເວດ ແລະ ປ່າໄມ້, ສ້າງຂີດຄວາມສາມາດເພື່ອຕອບໂຕ້ຄວາມສ່ຽງທາງດ້ານອາຫານ ແລະ ກະສິກຳ, ການຊ່ວຍເຫຼືອສຸກເສີນ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການ FAO ໃນການປະກອບສ່ວນຊ່ວຍເຫຼືອສຸກເສີນແກ່ປະຊາຊົນຜູ້ປະສົບໄພພິບັດທາງທຳມະຊາດໃນປີ 2018 ນີ້,​ ໄດ້ອວຍພອນໃຫ້ແກ່ຜູ້ຕາງໜ້າອົງການ FAO ຄົນໃໝ່ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຢຸ່ ສປປ ລາວ.

ທ່ານ ມູຮາມັດ ນາຊາ ຮາຢັດ, ຜູ້ຕາງໜ້າອົງການ FAO ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ແສງເພັດ ຮ່ວງບຸນຍ່ວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ມີຄຳເຫັນວ່າອົງການ FAO ຈະສຶບຕໍ່ເພີ່ມທະວີຮ່ວມມື ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມືສອງຝ່າຍ ລະຫວ່າງອົງການ FAO ແລະ ສປປ ລາວ (2016-2020) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີຍິ່ງໆຂື້ນໃນຕໍ່ໜ້າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484535
ມື້ນີ້51
ມື້ວານ188
ອາທິດນີ້973
ເດືອນນີ້3840