ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ອາດີດອຸປະທູດຊົ່ວຄາວ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ

20181212vfmSPawardMedtoFormerLuxambure1

20181212vfmSPawardMedtoFormerLuxambure2

20181212vfmSPawardMedtoFormerLuxambure3

ໃນວັນທີ 12 ທັນ​ວາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງ​ບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ປະ​ດັບ ຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ໂກ​ລດ ຊັງ​ແຊງ, ອາ​ດີດອຸ​ປະ​ທູດຊົ່ວ​ຄາວ ແຫ່ງ ລາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ ປະ​ຈຳ ສ​ປ​ປ ລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຜົນງານ​ອັນ​ດີ​ເດັ່ນ ຂອງ ທ່ານ​ອຸ​ປະ​ທູດຊົ່ວ​ຄາວ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໂດຍ​ສະ​ເພາະ​​ແມ່ນ​ການ​ປະ​ຕິ​ບັດ​ບົດ​ບາດ​​ອັນສຳ​ຄັນ​ໃນ​ການ​ປະ​ສານ​ງານ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜ​ນ​ການ​ຮ່ວມ​ມື​ ລາວ​-ລຸກ​ຊຳ​ບວກ ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ເຮັດ​ໃຫ້​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ​ລຸກ​ຊຳ​ບວກ ​ເພີ່ມ​ຂຶ້ນ​ຈາກ 50 ລ້າ​ນ​ເອີ​ໂຣ​ ໃນ​ແຜນ​ງານ​ຮ່ວມ​ມື​ຄັ້ງ​ທີ່ 3 ( ICP3) ​ສຳ​ລັບ​ສົກ​ປີ2011-2015 ມາ​ເປັນ 75 ລ້ານໃນ​ແຜນ​ງານຮ່ວມ​ມື​ຄັ້ງ​ທີ່4 ( ICP4) ສຳ​ລັບ​ສົກ​ປີ 2016-2020, ອັນ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້​າງສາຍພົວພັນມິດຕະພາບແລະການ​​ຮ່ວມມືອັນມີ​ປະ​ສິດ​ທິ​ຜົນລະຫວ່າງສອງປະເທດລາວແລະ​ລາ​ຊະ​ອາ​ນາ​ຈັກລຸກ​ຊຳ​ບວກໃຫ້ເຂັ້ມແຂງແລະຂະຫຍາຍຕົວຕະ​ຫຼອດ​ມາ.

ໃນໂອກາດດຽວກັນນັ້ນ, ທ່ານ​ອາ​ດີດອຸ​ປະ​ທູດຊົ່ວ​ຄາວ ແຫ່ງ ລາ​ຊະ​ອາ​ນາ​ຈັກ ​ລຸກ​ຊຳ​ບວກ ກໍ່ໄດ້ ສະແດງຄວາມຂອບໃຈ​ເປັນ​ຢ່າງ​ຍິ່ງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ​ໃນການເຄື່ອນ ໄຫວການ​ປະ​ຕິ​ບັດ​ໜ້າ​ທີ່​ການທູດຂອງຕົນ​ ຢູ່ ສ​ປ​ປ ລາວ, ພິເສດແມ່ນຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ສູງຕໍ່ການມອບ ຫຼຽນກາມິດຕະພາບອັນສົມກຽດໃຫ້ແກ່ທ່ານ. ພ້ອມ​ກັນ​ນັ້ນ​, ທ່ານ​ອາ​ດີດ​ອຸ​ປະ​ທູດຊົ່ວ​ຄາວ ກໍ່​ໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືລາວ-ລຸກ​ຊຳ​ບວກ ທີ່ມີມູນ​ເຊື້ອ​ອັນ​ດີມາແຕ່ດົນນານນັ້ນໃຫ້​ເຂັ້ມ​ແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນ​ອາ​ນາ​ຄົດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480227
ມື້ນີ້57
ມື້ວານ157
ອາທິດນີ້625
ເດືອນນີ້6458