ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມຮັບຮອງເອົາຄຳໝັ້ນສັນຍາສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ, ທີ່ ເມືອງມາຣາເກດສ

20181212-kp switch

   ຄະນະຜູ້ແທນລາວ ນຳພາໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ສປຊ ເພື່ອຮັບຮອງເອົາເອກະສານຄຳໝັ້ນສັນຍາສາກົນ ວ່າດ້ວຍ ການເຄື່ອນ ຍ້າຍຖິ່ນຖານ ຢ່າງປອດໄພ, ເປັນລະບຽບ ແລະ ປົກກະຕິ ທີ່ໄດ້ຈັດຂຶ້ນ ໃນວັນທີ 10-11 ທັນວາ 2018 ທີ່ເມືອງ   ມາຣາເກດສ, ຣາຊະອານາຈັກມາຣົກ, ພາຍໃຕ້ການເປັນປະທານຂອງລັດຖະມົນຕີກະຊວງຕ່າງປະເທດ ແລະ ການຮ່ວມມືສາກົນມາຣົກ ໂດຍມີປະມຸກລັດ, ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນຂັ້ນສູງຈາກປະເທດສະມາຊິກ ສປຊ ເຂົ້າຮ່ວມ 160 ກວ່າປະເທດ ແລະ ມີປະທານສະມັດຊາໃຫຍ່ ສປຊ ສະ​ໄໝທີ 73, ເລຂາທິການໃຫຍ່ ສປຊ, ຫົວໜ້າ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນທີ່ສຳຄັນໃນຄັ້ງນີ້, ທ່ານ ນາງ ຄໍາເພົາ ເອີນທະວັນ ໄດ້ຂຶ້ນກ່າວຄຳເຫັນຕໍ່ ກອງປະຊຸມ ໂດຍໄດ້ຊີ້ໃຫ້ເຫັນສະພາບຄວາມເປັນຈິງດ້ານການພັດທະນາ ແລະ ທີ່ຕັ້ງຂອງ ສປປ ລາວ ທີ່ເປັນທັງປະເທດ ຕົ້ນທາງ ແລະ ເປັນປະເທດປາຍທາງຂອງການເຄື່ອນຍ້າຍຖິ່ນຖານທີ່ມີລັກສະນະສະຫຼັບຊັບຊ້ອນ ແລະ ມີສາເຫດຕົ້ນຕໍມາຈາກສະພາບຄວາມທຸກຍາກ, ຄວາມແຕກໂຕນດ້ານການພັດທະນາ ແລະ ວິກິດການຕ່າງໆ ອັນໄດ້ບັັງຄັບໃຫ້ ຄົນສ່ວນຫຼາຍຈຳຕ້ອງເຄື່ອນຍ້າຍເພື່ອຊອກຫາໂອກາດທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ທີ່ດີ, ດັ່ງນັ້ນ ພວກເຮົາຄວນສຸມໃສ່ແກ້ໄຂບັນຫາທີ່ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດມີການເຄື່ອນຍ້າຍຖິ່ນຖານດັ່ງກ່າວ.

ທ່ານໄດ້ສະແດງຄວາມຍິນດີຕໍ່ການຮັບຮອງເອົາເອກະສານຄຳໝັ້ນສັນຍາທີ່ສຳຄັນສະບັບນີ້ ຊຶ່ງເປັນເອກະສານທີ່ບໍ່ມີຂໍ້ຜູກມັດທາງກົດໝາຍ ແຕ່ຈະເປັນບ່ອນອີງສຳລັບວົງຄະນະຍາດສາກົນໃນການ ສົ່ງເສີມການຮ່ວມມືເພື່ອແກ້ໄຂບັນຫາທີ່ຕິດພັນກັບການເຄື່ອນຍ້າຍຖິ່ນຖານ, ພ້ອມທັງໄດ້ຢືນຢັນທັດສະນະຂອງ ສປປ ລາວ ໃນການທີ່ຈະຮ່ວມມືສະໜັບສະໜູນວົງຄະນະຍາດສາກົນ ໃນການຈັດຕັ້ງປະຕິບັດເອກະສານຄຳໜັັ້ນສັນຍາດັ່ງກ່າວ ໂດຍສອດຄ່ອງກັບນະໂຍບາຍ ລະບຽບການ ກໍຄື ສະພາບຄວາມເປັນຈິງພາຍໃນຂອງ ສປປ ລາວ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ ມູເນຍ ບຸເຊຕາ (Mrs. Mounia Boucetta),​ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນມາຣົກ ເພື່ອປຶກສາຫາລືຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ ໃນໂອກາດດັ່ງກ່າວ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຕ້ອນຮັບ ແລະ ການເປັນເຈົ້າພາບກອງປະຊຸມສາກົນທີ່ສຳຄັນໃນຄັ້ງນີ້ ດ້ວຍຜົນສຳເລັດອັນຈົບງາມ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485561
ມື້ນີ້66
ມື້ວານ196
ອາທິດນີ້597
ເດືອນນີ້4866