ໃນວັນທີ 20 ທັນວາ 2018 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2018 ພາຍໃຕ້ຫົວຂໍ້ '' ຮັບຟັງຂ້ອຍແດ່ '' ເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນ ທີ່ ທ່າລາດ ແຂວງ ວຽງຈັນ, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອເປັນການໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ ໃນການສົ່ງເສີມສິດສະເໝີພາບຍິງ-ຊາຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ທັງເປັນການສ້າງຈິດສໍານຶກໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນສິ່ງທີ່ຮັັບບໍ່ໄດ້ ແລະ ເປັນການລ່ວງລະເມີດສິດທິຂອງແມ່ຍິງ ແລະ ເດັກຍິງໃນສັງຄົມ.
ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວວ່າ: ວັນທີ 25 ພະຈິກ ຖືເປັນວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນທາງການຕາມມະຕິຕົກລົງຂອງອົງການສະຫະປະຊາຊາດ ໃນປີ 2000. ນັບແຕ່ນັ້ນມາ ວັນທີ 25 ພະຈິກ ຂອງທຸກໆປີໄດ້ກາຍເປັນສັນຍາລັກຂອງການຢຸດຕິຄວາມຮຸນຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອເຮັດໃຫ້ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນລະນຶກເຖີງເຫດການຄວາມຮຸນແຮງຕໍ່ແມ່ຍິງທີ່ເກີດຂື້ນ. ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າ ພາຍໃຕ້ຫົວຂໍ້ '' ຮັບຟັງຂ້ອຍແດ່ '''' Hear me too'' ທີ່ສື່ສານສຳຄັນເຖີງຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວກໍຄືໃນສັງຄົມ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປະຈຸບັນກຳລັງແຜ່ລາມຫຼາຍຮູບແບບໃນທົ່ວໂລກ ແລະ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກະທົບຕໍ່ກະໂຕຂອງແມ່ຍິງເອງທາງດ້ານຈິດໃຈ, ຮ່າງກາຍຕະຫຼອດຮອດຊັບສິນ ສາເຫດຕົ້ນຕໍແມ່ນຍ້ອນຮີດຄອງປະເພນີອັນຫຼ້າຫຼັງ, ການເຊື່ອຖືແບບງົມງວາຍ, ຄວາມທຸກຍາກຂາດເຂີນ, ລະດັບການສຶກສາຕ່ຳ ແລະ ສິ່ງຫຍໍ້ທໍ້ອື່ນໆ ທີ່ມີຕໍ່ແມ່ຍິງໃນສັງຄົມ.
ເພື່ອເປັນການປຸກລະດົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ກໍຄືສັງຄົມ ໃຫ້ດັດປັບອັກຂະຕິ ເພື່ອລຶບລ້າງທຸກຮູບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງສີ້ນເຊີງ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ - ເດັກ ກະຊວງການຕ່າງປະເທດ ຈື່ງໄດ້ຈັດກອງປະຊຸມດັ່ງກ່າວນີ້ຂື້ນ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນຄື: ປະຫວັດຄວາມເປັນມາ ກ່ຽວກັບ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ, ບົດສຶກສາການຄາດຄະເນໃຊ້ຈ່າຍທີ່ຈຳເປັນຂອງຫຼາຍພາກສ່ວນໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຂໍ້ສະດວກ ແລະ ສີ່ງທ້າທາຍຂອງ ສປປ ລາວ ໃນການປະຕິບັດສົນທິສັນຍາດ້ານສິດທິມະນຸດ ລວມທັງ CEDAW ແລະ CRC ແລະ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ.