ໃນວັນທີ 22 ມັງກອນ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບ ແລະ ມອບຫນັງສືຮັບຮອງກົງສຸນ ໃຫ້ແກ່ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງ ປອກຕຸຍການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ແກ່ ທ່ານ ນາງ ຈັນທະຈອນ ວົງໄຊ, ທີ່ໄດ້ຮັບຫນ້າທີ່ ເປັນກົງສຸນກິດຕິມະສັກ ແຫ່ງ ປອກຕຸຍການ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະສົບແຕ່ຜົນສຳເລັດໃນການປະຕິບັດຫນ້າທີ່ອັນມີກຽດດັ່ງກ່າວ, ໃນຂະນະດຽວກັນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ຢ້ຳຕື່ມວ່າ ຕະຫລອດໄລຍະການປະຕິບັດຫນ້າທີ່ດັ່ງກ່າວ, ທ່ານ ກົງສຸນກິດຕິມະສັກ ຈະມີບົດບາດໃນການເປັນຂົວຕໍ່ອັນສຳຄັນ ໃນການສົ່ງເສີມ, ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ປອກຕຸຍການ ໃຫ້ມີບາດກ້າວຂະຫຍາຍ ຕົວຂຶ້ນໄປເລື້ອຍໆ ເພື່ອແນໃສ່ນຳຜົນປະໂຫຍດມາສູ່ປະຊາຊົນ ລາວ ແລະ ປອກຕຸຍການ ແລະ ເປັນການປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ທ່ານ ນາງ ຈັນທະຈອນ ວົງໄຊ, ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການໃຫ້ກຽດຕ້ອນຮັບ ແລະ ການໂອ້ລົມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຄັ້ງນີ້ ແລະ ຢັ້ງຢືນວ່າ ຈະສົ່ງເສີມສາຍພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນເລື້ອຍໆ.