ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ເຜີຍແຜ່ ແລະ ຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ( CLV ) ຄັ້ງທີ 10 ແລະ ການກະກຽມແຜນວຽກທີ່ສຳຄັນ ສຳລັບປີ 2019 – 2020

 

CLVsalavan

 

ໃນວັນທີ 27 ກຸມພາ 2019, ກະຊວງການຕ່າງປະເທດ ໂດຍປະສານສົມທົບກັບ ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10 ແລະ ກະກຽມແຜນວຽກທີ່ສໍາຄັນ ສໍາລັບສົກປີ 2019 – 2020 ທີ່ ສະໂມສອນ ຂອງ ຫ້ອງວ່າການປົກຄອງແຂວງສາລະວັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງສາລະວັນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຂອງ 4 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື, ຈໍານວນ 100 ກ່ວາ ທ່ານ.

ຈຸດປະສົງ ຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໂດຍສະເພາະ ບັນດາເອກະສານທີ່ຖືກຮັບຮອງເອົາແລ້ວ ເປັນຕົ້ນ: ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 10 ແລະ ແຜນປະຕິບັດງານວ່າດ້ວຍການເຊື່ອມຈອດເສດຖະກິດ CLV ເຖິງປີ 2030 ລວມທັງ ສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າຢູ່ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານຂອງ 3 ປະເທດ ໃນໂອກາດຂອງກອງປະຊຸມສຸດຍອດ CLV ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບ ທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮົາ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ລວມທັງຊຸກຍູ້ການເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ ຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນດ້ານຕ່າງໆຂອງ ສປປ ລາວ ເຮົາ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ໃນປີ 2020 ແລະ ແຜນວຽກທີ່ສຳຄັນຕ່າງໆ ແຕ່ປີ 2019-2020. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນກົນໄກການຮ່ວມມື CLV ຈາກ 4 ແຂວງພາກໃຕ້ ໃນໄລຍະຜ່ານມາ ລວມມີຜົນໄດ້ຮັບ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານໃນຕໍ່ໜ້າ.

ໃນວັນທີ 26 ກຸມພາ 2019, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມ ບັນດາໂຄງການ ຢູ່ ແຂວງສາລະວັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ໂດຍຜ່ານກົນໄກການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໃນໄລຍະຜ່ານມາ ແລະ ໄດ້ໄປຢ້ຽມຢາມ ພື້ນຖານການຜະລິດ ແລະ ສະຖານທີ່ທີ່ເປັນທ່າແຮງທາງດ້ານເສດຖະກິດ ຈຳນວນໜຶ່ງ ຂອງ ແຂວງສາລະວັນ.

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສາມາດກໍາໄດ້ບັນດາທ່າແຮງ, ກາລະໂອກາດ ແລະ ບັນດາສິ່ງທ້າທາຍຂອງ 4 ແຂວງພາກໃຕ້ ໃນກົນໄກການຮ່ວມມື CLV ແລະ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບ ການກຳນົດພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ບັນດາຂະແໜງການກ່ຽວຂ້ອງ ເພື່ອກະກຽມຈັດຕັ້ງຜັນຂະຫຍາຍແຜນວຽກໃນຕໍ່ໜ້າ ກໍຄື ບັນດາຄຳຕົກລົງເຫັນດີຂອງຜູ້ນຳ 3 ປະເທດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480408
ມື້ນີ້66
ມື້ວານ172
ອາທິດນີ້806
ເດືອນນີ້6639