ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

20192802Mia20192802mia4

ໃນວັນທີ 28 ກຸມພາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 02 ປະຈໍາປີ 2018-2019 ຢູ່ເຂດເມືອງວຽງໄຊ, ແຂວງຫົວພັນ.

ໂດຍຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນຜູ້ກ່າວມອບ, ສ່ວນຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ແມ່ນທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ເປັນຜູ້ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ຄະນະພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ກໍ່ໄດ້ເປັນກຽດເຂົ້າຮ່ວມ, ມີບັນດາພະນັກງານວິຊາການສອງຝ່າຍລາວ-ອາເມຣິກາທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໝຶ່ງກໍໄດ້ເຂົ້າຮ່ວມ, ຈໍານວນຜູ້ທີ່ເຂົ້າຮ່ວມທັງໝົດ 150 ຄົນ. ການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ໃນ 3 ກໍລະນີຄື: ກໍລະນີ 0690 ເຂດບ້ານບັກ, 0079 ແລະ 0084 ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ.

ຕະຫຼອດໄລຍະ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນຂອບວຽກງານ MIA ນີ້, ລັດຖະ ບານ ສປປ ລາວ ກໍ່ຄືປະຊາຊົນລາວ, ໄດ້ໃຫ້ການຮ່ວມມືຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງບົນພື້ນຖານນະ ໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍດັ່ງກ່າວ ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ(JFAs)ໄດ້ຮັບ ຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈ. ຫວັງວ່າດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນບົນຈິດໃຈແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມມືແບບກວມລວມອັນແທ້ຈິງ, ການປະຕິບັດງານຮ່ວມກັນດັ່ງກ່າວຈະສືບຕໍ່ບັນລຸເປົ້າໝາຍທີ່ວາງໄວ້ເພື່ອ ຜົນປະໂຫຍດຂອງປະຊາຊົນສອງຊາດລາວ ແລະ ສະຫະລັດ ອາເມຣິກາ.

ນັບແຕ່ມື້ເລີ່ມຕົ້ນຂອງການຮ່ວມມືມາຮອດປະຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ແລະ ຈັດສົ່ງແລ້ວຈຳນວນ 285 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼືເກືອບເທົ່າ 50% ແລະ ຍັງອີກ 288ຄົນ ທີ່ຝ່າຍອາເມຣິກາຈໍາເປັນ ແລະ ຕ້ອງການການຮ່ວມມືຈາກຝ່າຍລາວໃນການສືບຕໍ່ຄົ້ນຫາ, ຊຶ່ງລັດຖະບານ ລາວເຫັນດີຈະສືບຕໍ່ໃຫ້ການຮ່ວມມືກັບອາເມຣິກາບົນພື້ນຖານຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ແລະ ອີງຕາມບັນຍາກາດການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃນອະນາຄົດ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485477
ມື້ນີ້178
ມື້ວານ227
ອາທິດນີ້513
ເດືອນນີ້4782