ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ, ຊຸດທີ IV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄຕພ

2019311-sp open

​   ໃນຕອນເຊົ້າ ຂອງວັນທີ11 ມີນາ 2019, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ IV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດແລະຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່​ສູນ​ການ​ຮ່ວມ​ມື​ສາ​ກົນ ແລະ ການ​ຝຶກ​ອົບ​ຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 11 ມີນາ 2019 ຈົນເຖິງ16 ພຶດສະພາ 2019, ໂດຍມີ ຜູ້ເຂົ້າຮ່ວມທັງ​ໝົດຈໍານວນ 53 ທ່ານ, ຍິງ 17 ທ່ານ.

ໂດຍໃຫ້ກຽດເປັນປະທານພິທີເປີດ​​ຄັ້ງນີ້ ມີທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ທ່ານ ຮອງສາດສະດາຈານສະໝຸດທອງສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບັນດາຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະຜູ້ເຂົ້າຮ່ວມຝຶກອົບຮົມ​.

ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂື້ນລາຍ​ງານແຜນການຝຶກອົບຮົມ, ຊຶ່ງຕະຫຼອດໄລຍະເວລາຂອງການຝຶກອົບຮົມ 45 ວັນຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງການປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ, ການ​ຝຶກ​ອົບ​ຮົມ​ນີ້ ແນ່​ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.

ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີໄດ້​​ໃຫ້ຄຳໂອ້ລົມແລະທິດຊີ້ນຳໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການ​​ຜັນຂະຫຍາຍມະຕິ ຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ13ແລະແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດກໍຄືເພື່ອເຮັດໃຫ້ການປະຕິບັດວຽກງານພາຍໃນຂອງກຊວງການຕ່າງປະເທດໃຫ້ມີປະສິດທິຜົນສູງຂື້ນກວ່າເກົ່າຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ13ວາງອອກຄື: “ຍົກສູງຄວາມສາມາດ, ລັກສະນະນຳໜ້າແລະຄວາມເປັນເຈົ້າການຂອງພະນັກງານໃນຂະແໜງການຕ່າງປະເທດຕໍ່ການປະຕິບັດແນວທາງການຕ່າງປະເທດ”. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດແລະມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສແລະມີວິທີການເຮັດວຽກທີ່ຖືກຕ້ອງ,ນອກຈາກນັ້ນ, ກໍເພື່ອປະຕິບັດແຜນພັດທະນາຊັບພະຍາກອນມະນຸດຂອງ ກະຊວງການຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນໂອກາດນີ້, ທ່ານປະທານພິທີຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນພາຍໃນກະຊວງການຕ່າງປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485709
ມື້ນີ້8
ມື້ວານ206
ອາທິດນີ້745
ເດືອນນີ້5014