ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ຮອງຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ

20190311UNICEP120190311UNICEP20190311UNICEP2

        ໃນວັນທີ 11 ມີນາ 2019 ຢູ່ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ມິໂອ-ຊິນ ຢູນ (Myo-Zin Nyunt), ຮອງຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານ ຂອງຜູ້ກ່ຽວພາຍຫລັງສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ.

       ຕາງໜ້າລັດຖະບານລາວປະດັບຫລຽນກາມິດຕະພາບໃນຄັ້ງນີ້ໂດຍແມ່ນ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີພະນັກງານ ຂັ້ນສູງຈາກບັນດາ ກະຊວງຂະແໜງ ການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າອົງການອຸຍນິເຊບປະຈຳ ສປປ ລາວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງທ່ານ ມິໂອ-ຊິນ ຢູນ, ທີ່ໄດ້ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ດ້ານຕ່າງໆຂອງອົງການອຸຍນິເຊບ ເປັນຕົ້ນແມ່ນວຽກງານຊ່ວຍເຫລືອແມ່ ແລະ ເດັກ ທາງດ້ານສາທາລະນະສຸກ ແລະ ໂພຊະນາການ ຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບ ຫລຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາ ຢູ່ ສປປ ລາວ ຂອງຜູ້ກ່ຽວ. ພ້ອມດຽວກັນ ທ່ານ ມິໂອ-ຊີນ ຢູນ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ ຂອງທ່ານ ໃນໄລຍະ 03 ປີ ທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນຮ່ວມມືຂອງອົງການ UNICEF ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485357
ມື້ນີ້58
ມື້ວານ227
ອາທິດນີ້393
ເດືອນນີ້4662