ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນແບບວົງແຄບກ່ຽວກັບ ແນວຄວາມຄິດ ອິນໂດ-ປາຊີຟິກ ສະບັບຂອງອາຊຽນ

 

ThongphanhAsean7March2019-1

ThongphanhAsean7March2019-2

 

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ​ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ແບບ​ວົງ​ແຄບ​ກ່ຽວ​ກັບ ແນວ​ຄວາມ​ຄິດອິນ​ໂດ-ປາ​ຊີ​ຟິກ ສະ​ບັບ​ຂອງ​ອາ​ຊຽນ, ໃນ​ລະ​ຫວ່າງວັນ​ທີ 7-8 ມີ​ນາ 2019 ທີ່ ຊຽງ​ລາຍ, ປະ​ເທດ ໄທ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ເຊີ່ງ​ຈັດ​ຂື້ນ​ໃນ​ວັນ​ທີ 7 ມີ​ນາ 2019 ໄດ້ປຶກສາຫາລື ກ່ຽວກັບການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ກິດ​ຈະ​ກຳບູລິມະສິດ ຂອງການ​ເປັນປະທານອາຊຽນຂອງໄທ ໃນປີ 2019, ປຶກສາຫາລື ກ່ຽວກັບ ການຮ່ວມມືຂອງອາຊຽນກັບພາຍນອກ ທີ່ແນໃສ່ຮັດແໜ້ນການເປັນຄູ່ຮ່ວມມືທັງພາຍໃນອາຊຽນ ແລະ ກັບພາຍນອກ ເພື່ອສົ່ງເສີມຄວາມຍືນຍົງໃນທຸກດ້ານ, ລວມທັງປຶກສາຫາລື ກ່ຽວກັບ ວັນເວລາຂອງການຈັດກອງປະຊຸມ ແລະ ກິດຈະກໍາ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ ສຳລັບປີ 2019. ພ້ອມ​ກັນ​ນັ້ນ, ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 34 ທີ່​ຈະ​ຈັດ​ຂື້ນ​ໃນ​ເດືອນ ມິ​ຖຸ​ນາ 2019, ໂດຍ​ສະ​ເພາະ​ບັນ​ດາ​ເອ​ກະ​ສານ​ທີ່​ຜູ້​ນຳ​ອາ​ຊຽນ​ຈະ​ຮັບ​ຮອງເອົາ. ນ​ອກ​ຈາກນີ້,​ ກອງ​ປະ​ຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນໃນປັນຈຸບັນ, ລວມ​ທັງ ການປະ​ເມີນ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອາ​ຊຽນ ໃນລັດ​ລະ​ຄາຍ ຂອງ​ມຽນ​ມາ.

​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ແບບ​ວົງ​ແຄບ​ ໄດ້​ຈັດ​ຂື້ນໃນ​ວັນ​ທີ 8 ມີ​ນາ 2019 ເພື່ອແລກ​ປ່ຽນ​ຄຳ​ຄິດ​ເຫັນ ກ່ຽວກັບ​ ເອ​ກະ​ສານ​ແນວ​ຄວາມ​ຄິດ ອິນ​ໂດ-ປາ​ຊີ​ຟິກ ສະ​ບັບ​ຂອງ​ອາ​ຊຽນ, ແນ່ໃສ່ສົ່ງເສີມການຮ່ວມມືໃນພາກພື້ນ ທີ່ມີອາ​ຊຽນເປັນ​ແກນກາງ ​ແລະ ເພື່ອຮັບປະກັນຜົນປະໂຫຍດໂດຍ​ລວມຂອງອາຊຽນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485629
ມື້ນີ້134
ມື້ວານ196
ອາທິດນີ້665
ເດືອນນີ້4934