ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືລະດັບໂລກ ບາກູ ຄັ້ງທີ VII ພາຍໃຕ້ຫົວຂໍ້"ນະໂຍບາຍການຕ່າງປະເທດໃໝ່ (The 7th Global Baku Forum/ A New Foreign Policy)", ໃນລະຫວ່າງວັນທີ 14-16 ມີນາ 2019, ທີ່ ນະຄອນຫຼວງບາກູ, ປະເທດ ອາເເຊກໄບຈານ.