ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທີສອງ ຂອງສູນຄົ້ນຄວ້າແມ່ນ້ຳຂອງສາກົນ (GCMS)

20190322GCMS20190322GCMS1

        ໃນຕອນເຊົ້າຂອງວັນທີ 22 ມີນາ 2019, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທີສອງ ຂອງສູນຄົ້ນຄວ້າແມ່ນ້ຳຂອງສາກົນ (The 2nd Global Center for Mekong Studies “GCMS” Think Tank Forum) ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຮ່ວມມື ແລະ ການເປັນຄູ່ຮ່ວມມື ເພື່ອກ້າວສູ່ການສ້າງປະຊາຄົມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ມີອະນາຄົດຮ່ວມກັນ (Strengthening Cooperation and Partnership Towards Jointly Building a LM Community of Shared Future)”, ເຊິ່ງກອງປະຊຸມເຄືອຂ່າຍຄັງປັນຍານີ້ໄດ້ຈັດຂຶ້ນທ່າມກາງການຈັດກິດຈະກຳຕ່າງໆ ທີ່ລະນຶກເຖິງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Mekong-Lancang Cooperation/MLC) ຄົບຮອບ 03 ປີ (2016-2019).

         ກອງປະຊຸມເຄື່ອຂ່າຍຄັງປັນຍາຄັ້ງນີ້ ໂດຍການເປັນປະທານຮ່ວມຂອງ ທ່ານທູດ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທັງເປັນຫົວໜ້າສູນGCMS ຂອງລາວ ແລະ ທ່ານ ປອ. ຫຼົງ ຢິງ, ຮອງປະທານສະຖາບັນຄົ້ນຄວ້າບັນຫາສາກົນ ສປ. ຈີນ ແລະ ທັງເປັນຫົວໜ້າສູນGCMS ຂອງຈີນ, ມີບັນດາຜູ້ເຂົ້າຮ່ວມມາຈາກສູນຄົ້ນຄວ້າແມ່ນ້ຳຂອງສາກົນຂອງ ຫວຽດນາມ, ມຽນມາ, ໄທ ແລະ ກຳປູເຈຍ. ນອກຈາກນີ້, ກໍ່ຍັງມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຂອງພາກພື້ນ ລວມມີ: ຂອບການຮ່ວມມືຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS), ຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (GMS),ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC)ແລະ ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າຕ່າງໆຂອງພາກພື້ນ ແລະ ຂອງລາວເຂົ້າຮ່ວມ ຈຳນວນທັງໝົດ 40 ທ່ານ.

      ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດໂດຍ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ທ່ານ ຈ້າວ ເສິງກາງ, ທີ່ປຶກສາທາງດ້ານການເມືອງ ປະຈຳສະຖານເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ. ໃນໂອກາດນີ້ທ່ານ ຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍ ທີ່ບັນດາປະເທດສະມາຊິກໃນຂອບການຮ່ວມມື MLC ໄດ້ສຳເລັດການເປີດສູນ GCMS ຂອງຕົນຂຶ້ນ, ເຊິ່ງສູນດັ່ງກ່າວ ໄດ້ກາຍເປັນກົນໄກອັນໜຶ່ງທີ່ສຳຄັນ ໃນການສຶກສາຄົ້ນຄວ້ານະໂຍບາຍຕ່າງໆຮ່ວມກັນ ກໍຄືມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນຢ່າງຕໍ່ເນື່ອງຫຼາຍຂຶ້ນ, ໂດຍສະເພາະແມ່ນການສະເໜີແນວຄວາມຄິດຕ່າງໆ ຕໍ່ລັດຖະບານຂອງທຸກປະເທດໃນຂອບການຮ່ວມມືMLCເພື່ອພິຈາລະນາບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທ່ານ ນ. ຄຳເພົາ ຍັງໄດ້ເນັ້ນໜັກໃຫ້ບັນດາສູນGCMS ຂອງແຕ່ລະປະເທດສະມາຊິກຈົ່ງຮັດແໜ້ນການປະສານງານກັນຢ່າງຕໍ່ເນື່ອງລຽນຕິດ ໂດຍຜ່ານການປຶກສາຫາລືໃນບັນຫາຕ່າງໆ ເພື່ອຊອກຫາຊ່ອງທາງການແກ້ໄຂຮ່ວມກັນ, ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ພາກພື້ນ ກໍຄືບັນດາປະເທດສະມາຊິກລວມທັງ ສປປ ລາວ.

       ກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທີສອງ ໄດ້ດຳເນີນໄປເປັນເວລາ 01 ມື້ເຕັມ ພາຍໃຕ້ການປຶກສາຫາລືໃນ 02 ວາລະທີ່ສຳຄັນຄື: ວາລະທຳອິດແມ່ນສົນທະນາກ່ຽວກັັບວິທີທາງກ້າວສູ່ການເປີດກວ້າງ ແລະ ກວມລວມເອົາຂໍ້ລິເລີມຕ່າງໆໃນຂອບ MLC ແລະ ວາລະທີສອງ ໄດ້ປຶກສາຫາລື ທິດທາງໃນການພັດທະນາສ້າງແລວເສດຖະກິດຮ່ວມກັນ ພາຍໃຕ້ຂອບMLC, ໂດຍທັງສອງວາລະ ໄດ້ປຶກສາຫາລືທັງສິ່ງທ້າທາຍ ແລະ ກາລະໂອກາດອັນໃໝ່ ໃນການຈັດຕັ້ງປະຕິບັດການສ້າງປະຊາຄົມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ມີອານາຄົດຮ່ວມກັນ. MLC ແມ່ນຂອບການຮ່ວມມືທີ່ຍັງໃໝ່ ແຕ່ມີການຂະຫຍາຍຕົວຢ່າງວ່ອງໄວ, ເຊິ່ງຜ່ານການສົນທະນາກອງປະຊຸມໄດ້ສຸມໃສ່ການຊອກຫາວິທີເພື່ອເຮັດແນວໃດໃຫ້ຂອບການຮ່ວມມື MLC ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ມີໝາກຜົນສູງສຸດ ເປັນຕົ້ນແມ່ນການສ້າງແລວພັດທະນາເສດຖະກິດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ການຮ່ວມມືເພື່ອຍົກສູງຄວາມອາດສາມາດດ້ານ ອຸດສາຫະກຳໃຫ້ມີຄຸນນະພາບສູງ, ການເຊື່ອມໂຍງຕະຫຼາດພະລັງງານໃນພາກພື້ນ, ການເຊື່ອມຈອດທາງອິນເຕີເນັດ, ການສົ່ງເສີມນະວັດຕະກຳໃໝ່ ແລະ ການຄ້າທາງເອເລັກໂທນິກ.

ກອງປະຊຸມຍັງໄດ້ ທົບທວນຄືນ ແລະ ຕີລາຄາ ການຈັດຕັ້ງປະຕິບັດຂອງບັນດາສູນຄົ້ນຄວ້າແມ່ນ້ຳຂອງສາກົນໃນໄລຍະຜ່ານມາ ນັບແຕ່ກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທຳອິດທີ່ ປັກກິ່ງ ໃນປີ2018 ໂດຍການເປັນປະທານຮ່ວມຂອງ ຈີນ ແລະ ກຳປູເຈຍ. ສຳລັບປີ 2019 ນີ້, ສູນ GCMSຂອງລາວແມ່ນເປັນປະທານຮ່ວມກັບສູນ GCMS ຂອງຈີນ ເຊິ່ງໄດ້ກຳນົດກິດຈະກຳການຮ່ວມມືກັນໃນການເຮັດບົດຄົ້ນຄວ້າ ແລະ ການຈັດກອງປະຊຸມສຳມະນາຮ່ວມກັນ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485328
ມື້ນີ້29
ມື້ວານ227
ອາທິດນີ້364
ເດືອນນີ້4633