ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄັ້ງທີ 28 ຂອງ ຄະນະກຳມາທິການລະຫວ່າງ ລັດຖະບານ ອາຊຽນ ວ່າດ້ວຍ ສິດທິມະນຸດ

20190325ASEAN

ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໄດ້ດຳເນີນກອງປະຊຸມຄັ້ງທີ 28 ຂອງຕົນຢ່າງສຳເລັດຜົນ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 20-21 ມີນາ 2019 ທີ່ບາງກອກ, ປະເທດໄທ. ກອງປະຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງນະທ່ານສາດສະດາຈານອຳມາລາພົງສະພິດ, ຜູ້ຕາງໜ້າຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິທິມະນຸດຂອງໄທແລະທັງເປັນປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ປີ 2019.

ກອງປະຊຸມ ໄດ້ປຶກສາຫາລືບັນດາກິດຈະກຳ​​ບູລິມະສິດຂອງຄະນະກຳມາທິການເຊັ່ນ:ສິດທິຂອງບຸກຄົນເສຍອົງຄະ, ການ​​ຕ້ານການຄ້າມະນຸດ, ທຸລະກິດແລະສິດທິມະນຸດ, ສິດທິມະນຸດແລະອຳນາດສານແລະສິດທິໄດ້ຮັບການສຶກສາ. ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບບັນດາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດໃນປີ 2018 ລວມທັງສິດທິເດັກ, ສິດທິແມ່ຍິງ, ການໂຕ້ວາທີຂອງຊາວໜຸ່ມອາຊຽນກ່ຽວກັບສິດທິມະນຸດ, ສິດທິຂອງບຸກຄົນຜູ້ເສຍອົງຄະເຊິ່ງໄດ້ປະກອບສ່ວເຮັດໃຫ້ມີການຮັບຮອງເອົາແຜນແມ່ບົດປີ 2025 ກ່ຽວກັບ ການເຊື່ອມສານສິດທິຂອງບຸກຄົນຜູ້ເສຍອົງຄະໂດຍຜູ້ນຳອາຊຽນໃນເດືອນພະຈິກ 2018.

ຜູ້ຕາງໜ້າຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນວ່າດ້ວຍສິດທິມະນຸດ(2019-2021)ຍັງໄດ້ປຶກສາຫາລືບັນຫາກ່ຽວກັບວຽກງານບໍລິຫານຄຸ້ມຄອງຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ​, ການສຶກສາຄົ້ນຄວ້າສິດທິຕ່າງໆຂອງຄະນະກຳມາທິການ, ການສະເໜີຂໍສະຖານະພົວພັນຮ່ວມມືກັບຄະນະກຳມາທິການຂອງອົງການຈັດຕັ້ງສັງຄົມພົນລະເຮືອນແລະການພົວພັນພາຍນອກຂອງຄະນະກຳມາທິການ.

ຄຽງຄູ່ກັນນີ້, ໜຶ່ງມື້ກ່ອນໜ້າກອງປະຊຸມຄັ້ງທີ 28 (ຄືວັນທີ 19 ມີນາ 2019), ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດໄດ້ຈັດກອງປະຊຸມສຳມະນາ ເພື່ອຖ່າຍທອດບົດຮຽນລະຫວ່າງຜູ້ຕາງໜ້າຄະນະກຳມາທິການຜູ້ທີ່ຈົບວາລະປີ 2016-2018 (ສຳລັບລາວເຮົາແມ່ນທ່ານພູໂຂງສີສຸລາດ, ຫົວໜ້າກົມສົນທິສັນຍາແລະກົດໝາຍ, ກະຊວງການຕ່າງປະເທດ) ແລະຜູ້ຕາງໜ້າຄະນະກຳມາທິການຜູ້ໃໝ່ວາລະປີ 2019-2021 (ສຳລັບລາວແມ່ນທ່ານທູດມະໄລວຽງສາກົນນິຍົມ). ຈຸດປະສົງຂອງການຈັດກອງປະຊຸມສຳມະນາເພື່ອຖ່າຍທອດບົດຮຽນຈາກຜູ້ຕາງໜ້າຄະນະກຳມາທິການຜູ້ທີ່ຈົບວາລະແລະບັນດາຜູ້ຕາງໜ້າຄະນະກຳມາທິການຜູ້ໃໝ່ ແມ່ນແນໃສ່ຖ່າຍທອດວຽກງານທີ່ໄດ້ດຳເນີນມາແລ້ວແລະເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການບໍລິຫານງານຂອງຄະນະກຳມາທິການລະຫວ່າງລັຖະບານອາຊຽນ ວ່າດ້ວຍສິດທິມະນຸດ.

ຄະນະຜູ້ແທນລາວນຳພາໂດຍທ່ານທູດມະໄລວຽງສາກົນນິຍົມໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໃນວັນທີ 20-21 ມີນາ 2019.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480384
ມື້ນີ້42
ມື້ວານ172
ອາທິດນີ້782
ເດືອນນີ້6615