ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ອາຊຽນ-ສະຫະລັດ ຄັ້ງທີ 32

 

ThongparnAsean

 

     ໃນ​ວັນ​ທີ 28 ມີ​ນາ 2019 ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະເທດ ທັງ​ເປັນ​ຫົວໜ້າເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາ​ຊຽນ ຂອງ ສ​ປ​ປ ລາວ ແລະ ທ່ານ ແພັທຣິກ ເມີຟີ, ຮອງ​ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງກ​ານ​ຕ່າງ​ປະ​ເທດ ສະ​ຫະ​ລັດ ອາ​ເມ​ລິກາ, ໄດ້ເປັນປະທານຮ່ວມກ​ອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ອາ​ຊຽນ-ສະ​ຫະ​ລັດ ຄັ້ງ​ທີ 32 ​ທີ່ ວໍ​ຊິງ​ຕັນ ດີ​ຊີ, ສະ​ຫະ​ລັດ ອາ​ເມ​ລິ​ກາ ໂດຍການເຂົ້າຮ່ວມຂອງທ່ານຮອງເລຂາທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຂອງປະເທດສະມາຊິກອາຊຽນອື່ນ ຢ່າງພ້ອມພຽງ.


    ກອງ​ປະ​ຊຸມ​ ໄດ້​ທົບທວນ​ຄືນຄວາມ​ຄືບ​ໜ້າການຈັດຕັ້ງປະຕິບັດການ​ຮ່ວມ​ມື ອາ​ຊຽນ-ສະ​ຫະ​ລັດ ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານມາ ໂດຍ​ສະ​ເພາະ ​ ການ​ຜັນ​ຂະ​ຫຍາຍ​ຜົນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ-ສະ​ຫະ​ລັດ ຄັ້ງ​ທີ 6 ​ໃນ​ເດືອນ​ພະ​ຈິກ 2018 ທີ່ ສິງ​ກະ​ໂປ ເປັນ​ຕົ້ນແມ່ນ​​ຖະ​ແຫຼງ​ການ​ຜູ້​ນຳ​ອາ​ຊຽນ-ສະ​ຫະ​ລັດ ວ່າ​ດ້ວຍ​ ການ​ຮ່ວມ​ມືດ້ານຄວາມ​ໝັ້ນ​ຄົງ​ທາງ​ຄອມ​ພິວ​ເຕີ ແລະ ການປະກາດຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ອາ​ຊຽນ-ສະ​ຫະ​ລັດ ດ້າ​ນ​ການພັດທະນາຕົວ​ເມືອງ​ອັດ​ສະ​ລິ​ຍະ​.   ກ​ອງ​ປະ​ຊຸມ ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍໃຈ​ຕໍ່​ຄວາມ​ຄືບ​ໜ້າ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນປະຕິບັດງານ ອາຊຽນ-ສະຫະລັດ ໄລຍະປີ 2016-2020 ເຊິ່ງກວມ​ເອົາ​ຂົງ​ເຂດ​ການ​ເມືອງ-ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນາ​ທຳ-​ສັງ​ຄົມ ເຊັ່ນ: ໂຄງການຄວາມໝັ້ນຄົງທາງຄອມພິວເຕີ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) (ໄອຊີທີ), ການຄ້າ ແລະ ການລົງທຶນ, ພະ​ລັງ​ງານ, ການ​ສຶກ​ສາ ແລະ ການແລກປ່ຽນຊາວ​ໜຸ່ມ. ພ້ອມນີ້, ກອງປະຊຸມ ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະຫວ່າງອາຊຽນ ແລະ ສະຫະລັດ ໃນ​ຂົງ​ເຂດຕ່າງໆ​ທີ່​ມີ​ທ່າ​ແຮງ​ຮ່ວມ​ກັນ ເຊັ່ນ: ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຄວາມໝັ້ນຄົງດ້ານພະ​ລັງ​ງານ,  ຄວາມ​ໝັ້ນ​ຄົງ​ທາງ​ຄອມ​ພິວ​ເຕີ, ແລະ ການພັດທະນາພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ ແລະ ການ​ເຊື່ອມ​ຈອດ​ທາງ​ດີ​ຈີ​ຕອນ, ການ​ສຶ​ກສາ ແລະ ອື່ນໆ.
    ນອກຈາກນີ້, ​ກອງ​ປະ​ຊຸມ ໄດ້​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວ​ກັບ ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ມີ​ຄວາມ​ສົນ​ໃຈຮ່ວ​ມ​ກັນ ເຊັ່ນ: ການ​ຮ່ວມ​ມື​ອິ​ນ​ໂດ-ປາ​ຊິ​ຟິກ, ຄວາມ​ໝັ້ນ​ຄົງ ແລະ ການຮ່ວມມື​ທາງ​ທະ​ເລ ແລະ ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ. ພິເສດ, ກອງ​ປະ​ຊຸມ ຍັງໄດ້​ປຶກ​ສາ​ຫາ​ລື​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ອາຊຽນ-ສະຫະລັດ, ເຊິ່ງຈະມີຂຶ້ນໃນເດືອນສິງຫາ ປີ 2019 ທີ່ ບາງກອກ, ປະ​ເທດໄທ.
      ຕາມຜຽນໝູນວຽນ ສປປ ລາວ ຈະສືບຕໍ່ເຮັດໜ້າທີ່ເປັນປະເທດປະສານງານ ສຳລັບການພົວພັນ ອາຊຽນ-ສະຫະລັດ ໄລຍະ 3 ປີ ໄປຈົນເຖິງປີ 2021 (ສິງຫາ 2018 - ກໍລະກົດ 2021).

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480306
ມື້ນີ້136
ມື້ວານ157
ອາທິດນີ້704
ເດືອນນີ້6537