ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫລຸບວຽກງານກວດກາຂອງຂະແໜງການຕ່າງປະເທດ ປະຈຳປີ 2018

20190329kuadka20190329kuadka1

        ໃນວັນທີ 29 ມີນາ 2019, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ​ກວດກາຂອງຂະແໜງການຕ່າງປະເທດ ປະຈຳປີ 2018 ໂດຍ​ການໃຫ້ກຽດ​ເປັນ​ປະທານ​ຂອງ​ ທ່ານ ນາງ. ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຫລັກແຫລ່ງ ​ແລະ ລັດຖະກອນພາຍໃນກະຊວງການຕ່າງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຕາ ແລະ ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານກວດກາ ໂດຍສະເພາະໃນຂະ ແໜງການຕ່າງປະເທດໃນໄລຍະປີຜ່ານມາ ໂດຍການເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດ ແລະ ເປັນປົກກະຕິ ຈາກຄະນະພັກ-ຄະນະນຳກະຊວງການຕ່າງປະເທດ; ພ້ອມທັງ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກສຳລັບການເຄື່ອນໄຫວວຽກງານວິຊາສະເພາະ ລວມເຖິງການກໍ່ສ້າງພະນັກງານກວດກາຂອງຂະແໜງການຕ່າງປະເທດ ໃຫ້ມີຄວາມສາມາດຮັບປະກັນວຽກງານແຕ່ລະໄລຍະໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນປີ 2018 ຜ່ານມາ, ການເຄື່ອນໄຫວວຽກງານກວດກາຂອງກະຊວງ ຕປທ ໄດ້ດຳເນີນຢ່າງເປັນປົກກະຕິ ແລະ ສຳເລັດຕາມແຜນການທີ່ວາງໄວ້ຄື: ລົງກວດກາປົກກະຕິວຽກພັກ-ລັດ ລວມທັງໝົດ 25 ເປົ້າໝາຍ; ໃນນັ້ນ ມີ 03 ເປົ້າໝາຍ ກວດກາຕາມຄໍາສັ່ງ. ຜ່ານການເຄື່ອນໄຫວລົງກວດກາຕົວຈິງເຫັນວ່າ ຄະນະໜ່ວຍພັກທຸກຂັ້ນຕະຫລອດຮອດສະມາຊິກພັກ-ພະນັກງານຂອງກະຊວງ ຕປທ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ປະຕິບັດຕາມກົດໝາຍຂອງລັດຢ່າງເຂັ້ມງວດ; ພ້ອມດຽວກັນນັ້ນ, ກໍ່ໄດ້ວາງທິດທາງແຜນການເຄື່ອນໄຫວສຳລັບປີ 2019 ແລະ ເຜີຍແຜ່ເຊື່ອມຊືມເນຶ້ອໃນເອກະສານສໍາຄັນຈໍານວນໜຶ່ງເຊັ່ນ: ບົດໂອ້ລົມຂອງ ທ່ານ ປອ. ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018; ບົດແນະນໍາກ່ຽວກັບການດໍາເນີນຊີວິດການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 03 ຂັ້ນ; ບົດປາ​ຖະກະຖາ ​ເນື່ອງ​ໃນ​ໂອກາດ​ວັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ສາກົນ ຄົບຮອບ 14 ປີ (ວັນທີ 09 ທັນວາ 2003-09 ທັນວາ 2017); ​ແລະ ເອກະສານລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 37 ປີ (16 ກຸມພາ 1982-16 ກຸມພາ 2019).

ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເຂລາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຕປທ ໂດຍເນັ້ນໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນມີຄວາມເຂົ້າໃຈເລິກເຊິ່ງຕໍ່ພາລະບົດບາດຄວາມສຳຄັນຂອງວຽກງານກວດກາ ເຊິ່ງພັກ-ລັດຢາມໃດກໍ່ໃຫ້ຄວາມສຳຄັນ ແລະ ມີທັດສະນະທີ່ຈະແຈ້ງວ່າ: ການຕິດຕາມ, ກວດກາ ແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ, ບໍ່ມີການກວດກາກໍ່ໝາຍຄວາມວ່າບໍ່ມີການນຳພາ, ສ້າງຈິດສໍານຶກທີ່ດີຕໍ່ວຽກງານດັ່ງກ່າວທີ່ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດຜົນສຸງສູດໃນຂົງເຂດວຽກງານຕົນ; ພ້ອມນີ້ ກໍ່ໄດ້ຮຽກຮ້ອງການນໍາທຸກຂັ້ນ ກໍ່ຄືພະນັກງານກະຊວງການຕ່າງປະເທດຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີບາດກ້າວບຸກທະລຸ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125