ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ສປປ ລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ອະດີດຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ປະທານສະມາຄົມມິດຕະພາບສາກົນແຂວງຢຸນນານ, ສປ ຈີນ

 

AwardMedal1 AwardMedal2

 

ໃນວັນທີ 02ເມສາ 2019, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ສະຫາຍ ນາງ ໂຈ ຫົງ, ອະດີດຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ປະທານສະມາຄົມມິດຕະພາບສາກົນແຂວງຢຸນນານ, ສປ ຈີນ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ. ຕາງໜ້າລັດຖະບານລາວປະດັບຫລຽນກາມິດຕະພາບໃນຄັ້ງນີ້ໂດຍແມ່ນ ສະຫາຍ ນາງ ຄຳເພົາເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີພະນັກງານ ຂັ້ນສູງຈາກບັນດາກະຊວງຂະແໜງ ການກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງ ສະຫາຍ ນາງ ໂຈ ຫົງຊຶ່ງໄດ້ປະກອບສ່ວນອັນສຳຄັນໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະ ສປປ ລາວ ແລະ ແຂວງຢຸນນານ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນແມ່ນການຕ້ອນຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂັ້ນສູງທັງສາຍພັກ ແລະ ສາຍລັດ ນັບແຕ່ສູນກາງຈົນຮອດທ້ອງຖິ່ນຂອງລາວ ທີ່ໄດ້ເດີນທາງຜ່ານ ແລະ ເຄື່ອນໄຫວຢ້ຽມຢາມຢູ່ແຂວງຢຸນນານ ດ້ວຍຄວາມເອົາໃຈໃສ່. ໃນປີ 2013 ທີ່ຜ່ານມາ ໃນໂອກາດທີ່ ສະຫາຍ ນາງ ໂຈ ຫົງ ກໍໄດ້ດໍາລົງຕໍາແຫນ່ງເປັນຫົວຫນ້າຫ້ອງການຕ່າງປະເທດແຂວງຢຸນນານ, ລັດຖະບານ ແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊມິດຕະພາບໃຫ້ແກ່ຫ້ອງການຕ່າງປະເທດຂອງແຂວງຢຸນນານ. ອັນສຳຄັນທີ່ພົ້ນເດັ່ນຜູ້ກ່ຽວໄດ້ມີສ່ວນຮ່ວມໃນການປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນ ລະຫວ່າງ ແຂວງຢຸນນານ ແລະ 9 ແຂວງພາກເຫນືອຂອງລາວ ໃຫ້ໄດ້ຮັບກາຍເສີມຂະຫຍາຍການຮ່ວມມືໃນຫລາຍໆດ້ານເຊັ່ນ: ດ້ານການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ອື່ນໆ ເປັນຕົ້ນ. ພາຍຫລັງທີ່ ສະຫາຍ ໄດ້ຍ້າຍມາດໍາລົງຕໍາແຫນ່ງ ເປັນປະທານສະມາຄົມມິດຕະພາບສາກົນແຂວງຢຸນນານ ກໍ່ຍັງໄດ້ສືບຕໍ່ຊຸກຍູ້ບັນດາໂຄງການຊ່ວຍ ເຫລືອຕ່າງໆ ໂດຍສະເພາະແມ່ນໂຄງການຜ່າຕັດຕາເຂົ້າເຝື້ອຢູ່ແຂວງຫລວງພະບາງ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ເລີ່ມປະຕິບັດໃນປີ 2016 ແລະ ອື່ນໆອີກຫລາຍໂຄງການຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຕົກລົງຍ້ອງຍໍປະດັບຫລຽນກາມິດຕະພາບເພື່ອເປັນການຈາລຶກຜົນງານ ໃນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ.

ໂອກາດດຽວກັນ, ສະຫາຍ ນາງ ໂຈ ຫົງ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ການສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນຮ່ວມມືຂອງ ສປ ຈີນ ເວົ້າລວມ, ເວົ້າສະເພາະ ແຂວງຢຸນນານແລະ ສປປ ລາວ ໃນຕໍ່ໜ້າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480351
ມື້ນີ້9
ມື້ວານ172
ອາທິດນີ້749
ເດືອນນີ້6582