ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ

20190402Fancophny

20190402Fancophny1

 

         ໃນວັນທີ 2 ເມສາ 2019, ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດໂດຍຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ຂຶ້ນຢ່າງເປັນທາງການ ຢູ່ທີ່ ສະໂມສອນໃຫຍ່, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ,​ ມະຫາວິທະຍາໄລແຫ່ງຊາດ. ພິທີທາງການດັ່ງກ່າວ ແມ່ນດໍາເນີນໄປໂດຍການເປັນປະທານຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີການເຂົ້າຮ່ວມເປັນກຽດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ Florence Jeanblanc-Risler, ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ. ນອກຈາກນີ້ ໃນພິທີດັ່ງກ່າວ ຍັງມີການເຂົ້າຮ່ວມຂອງບັນດາທູຕານຸທູດປະເທດທີ່ໃຊ້ພາສາຝຣັ່ງ; ທ່ານ ຫົວໜ້າຫ້ອງການມະຫາວິທະຍາໄລຟຣັງໂກໂຟນີ (AUF) ປະຈຳ ສປປ ລາວ; ບັນດາຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ຮຽນພາສາຝຣັ່ງ ພາຍໃນມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຈຳນວນ 300 ກວ່າທ່ານ.

         ໃນໂອກາດດັ່ງກ່າາວ, ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ໃຫ້ກຽດກ່າວຄຳເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຟຣັງໂກໂຟນີສາກົນ,​ ການສົ່ງເສີມການນໍາໃຊ້ພາສາຝຣັ່ງ ຢູ່ ສປປ ລາວ ແລະ ການສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຟຣັງໂກໂຟນີສາກົນ (OIF). ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວກໍໄດ້ກ່າວຄຳເຫັນໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງວັນຟຣັງໂກໂຟ ນີສາກົນ, ພ້ອມທັງໄດ້ຍົກໃຫ້ເຫັນການນຳໃຊ້ພາສາຝຣັ່ງໃນເວທີສາກົນ, ແລະ ການຮ່ວມມືດ້ານພາສາຝຣັ່ງ ຢູ່ ສປປ ລາວ. ນອກຈາກນີ້,​ ທ່ານ ບຸນຍະລິດ ສຸດທິຈັກ, ຜູ້ປະສານງານແຫ່ງຊາດ ປະຈຳ ອົງການດັ່ງກ່າວ, ກໍໄດ້ອ່ານສານຂອງ ເລຂາທິການໃຫຍ່ອົງການຟຣັງໂກໂຟນີສຳລັບການສະເຫຼີມສະຫຼອງວັນດັ່ງກ່າວປະຈຳປີ 2019 ພາຍໃຕ້ຫົວຂໍ້ ກາລຸນາ ເວົ້າເປັນພາສາຝຣັ່ງ

   ໃນຕອນທ້າຍຂອງພິທີດັ່ງກ່າວ,​ ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນ-ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ຂອງມະຫາວິທະຍາໄລແຫ່ງຊາດ ໃນຂອບວຽກງານຝຣັ່ງໂກໂຟນີ. ພິທີດັ່ງກ່າວ ໄດ້ດຳເນີນໄປ ແລະ ອັດລົງດ້ວຍຜົນສຳເລັັດຢ່າງຈົບງາມ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485771
ມື້ນີ້70
ມື້ວານ206
ອາທິດນີ້807
ເດືອນນີ້5076