ໃນວັນທີ 5 ເມສາ 2019, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ເລີແປນ (Ina LEPEL), ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ ຄັ້ງປະຖົມມະລຶກ ໃນລະດັບຫົວໜ້າກົມ.