ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານ ສະຫະລັດ ອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

 

2019-4-11MIA

 

ໃນວັນທີ 10 ເມສາ 2019, ທີ່ສະໜາມບິນສາກົນປາເຊ, ນະຄອນປາກເຊ, ແຂວງຈໍາປາສັກ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 03 ປະຈໍາປີ 2018-2019, ຢູ່ເຂດເມືອງບົວລະພາ, ແຂວງຄໍາມ່ວນ.

ການຈັດຕັ້ງພິທີມອບ-ຮັບດັ່ງກ່າວໃນຄັ້ງນີ້, ແມ່ນອີງໃສ່ການເຫັນດີເຫັນພ້ອມຂອງທັງສອງຝ່າຍ ລາວ-ອາເມຣິກາ ເພື່ອຕອບສະໜອງການຮ້ອງຂໍຂອງລັດຖະບານ ສະຫະລັດ ອາເມຣິກາ ກໍ່ຄືການສືບຕໍ່ປະຕິບັດແນວທາງນະໂຍບາຍດ້ານມະນຸດສະທໍາຂອງລັດຖະບານ ແຫ່ງ ສປປ ລາວ ລັດຖະບານ ກໍ່ຄືຄອບຄົວ ແລະ ຍາດພີ່ນ້ອງຂອງບັນດາທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ໂດຍຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງ ຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ເປັນກຽດເຂົ້າຮ່ວມ ແລະ ທັງເປັນຜູ້ກ່າວມອບ ແລະ ໃນນາມລັດຖະບານ ສະຫະລັດ ອາເມຣິກາ, ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ເປັນຜູ້ກ່າວຮັບ. ນອກຈາກນັ້ນ ກໍ່ຍັງມີຄະນະນໍາແຂວງຄໍາມ່ວນ, ແຂວງຈໍາປາສັກ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແລະ ພະນັກງານວິຊາການສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໜຶ່ງ ເຂົ້າຮ່ວມອີກດ້ວຍ. ການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ 03 ກໍລະນີໃນຈຸດຂຸດຄົ້ນຕົ້ນຕໍຄື: ກໍລະນີ 0376, 0340 ເຂດບ້ານໜອງມ້າ, ກໍລະນີ 1505 ເຂດບ້ານລະໂບຍ, ເມືອງບົວລະພາ, ແຂວງຄໍາມ່ວນ ແລະ 01 ກໍລະນີຢູ່ຈຸດຂຸດຄົ້ນສໍາຮອງຄື: ກໍລະນີ 0572 ບ້ານກົກມາກ, ເມືອງວິລະບູລີ, ແຂວງສະຫວັນນະເຂດ.

ຕະຫຼອດໄລຍະເວລາ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ລັດຖະບານ ສປປ ລາວ ກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ການຮ່ວມມືອັນດີທີ່ສຸດຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຕາມນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຕະຫຼອດມາ, ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍໃນພາກສະໜາມ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈ. ຫວັງວ່າດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂື້ນ ບົນຈິດໃຈຄວາມເຫັນອົກເຫັນໃຈເຊິ່ງກັນ ແລະ ກັນບົນພື້ນຖານແຫ່ງການເປັນຄູ່ຮ່ວມມືແບບກວມລວມອັນແທ້ຈິງ, ການປະຕິບັດງານຮ່ວມກັນດັ່ງກ່າວຈະສືບຕໍ່ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ ແລະ ອາເມຣິກາ.

ນັບແຕ່ມີການຮ່ວມມືກັນ ເພື່ອດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານ     ອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຈົນມາຮອດປະຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມລິກາ ແລະ ຈັດສົ່ງຈໍານວນ 285 ຄົນ ຫຼື ເກືອບເທົ່າ 50 % ແລະ ຍັງອີກ 288 ຄົນ ທີ່ຝ່າຍອາເມຣິກາຈໍາເປັນ ແລະ ຕ້ອງການຮ່ວມມືຈາກລາວໃນການສືບຕໍ່ຄົ້ນຫາ, ຊຶງລັດຖະບານລາວຈະສືບຕໍ່ໃຫ້ການຮ່ວມມືກັບ ອາເມຣິກາ ບົນພື້ນຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ໂດຍອີງຕາມບັນຍາກາດການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ອາເມຣິກາ ໃນອານາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485367
ມື້ນີ້68
ມື້ວານ227
ອາທິດນີ້403
ເດືອນນີ້4672