ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອິນເດຍ ຄັ້ງທີ 21

SOMAseanIndia21

 

ໃນວັນທີ 12 ເມສາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນຂອງ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ   ອາຊຽນ-ອິນເດຍ ຄັ້ງທີ 21ທີ່ນິວເດັນລີ, ອິນເດຍ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Busaya Methalin, ຫົວຫນ້າຫ້ອງການກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນໄທ ແລະ ທ່ານ ນາງ Vijay Thakur Singh, ຮອງລັດຖະມົນຕີ (Secretary East) ທັງເປັນເຈົ້າຫນ້າທີ່ອາວຸໂສອິນເດຍ. ນອກນີ້, ທ່ານຮອງເລຂາທິການໃຫຍ່ອາຊຽນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຜູ້ຕາງຫນ້າຈາກປະເທດສະມາຊິກອາຊຽນອື່ນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມືອາຊຽນ-ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການອາຊຽນ-ອິນເດຍ ໃນເດືອນພະຈິກ 2018 ທີ່ສິງກະໂປ ແລະ ຜົນຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍຄົບຮອບ 25 ປີ ໃນເດືອນມັງກອນ 2018 ທີ່ ອິນເດຍ.ອງປະຊຸມໄດ້ສະແດງຄວາມເພິ່ງໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ສຳລັບປີ 2016-2020 ເຊິ່ງກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ. ໃນໂອກາດນີ້, ກອງປະຊຸມໄດ້ຢໍ້າຄືນຄຳໝາຍໝັ້ນທີ່ຈະສືບຕໍ່ຮັດແໜ້ນ ຄູ່ຮ່ວມຍຸດທະສາດ ອາຊຽນ-ອິນເດຍ ໂດຍຜ່ານການສ້າງແຜນປະຕິບັດງານ ສະບັບໃໝ່ ແລະ ເນັ້ນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆທີ່ມີທ່າແຮງເຊັ່ນ: ການຮ່ວມມືທາງທະເລ, ການຄ້າແລະການລົງທຶນ, ການເງິນ, ນະວັດຕະກຳ, ການສົ່ງເສີມການເຊື່ອມຈອດອາຊຽນ-ອິນເດຍ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາ ແບບຍືນຍົງ, ການສຶກສາ, ການສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນ ໂດຍສະເພາະແມ່ນການສົ່ງເສີມ ບັນດາ ກິດຈະກຳປີທ່ອງທ່ຽວ ອາຊຽນ-ອິນເດຍ ໃນປີ 2019. ນອກຈາກນີ້, ກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວກັນ ແລະ ໄດ້​ປຶກ​ສາ​ຫາ​ລື​ ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ອາຊຽນ-ອິນເດຍ ເຊິ່ງຈະຈັດຂຶ້ນໃນ ເດືອນ ສິງຫາ ປີ 2019 ທີ່ ບາງກອກ, ປະເທດໄທ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480265
ມື້ນີ້95
ມື້ວານ157
ອາທິດນີ້663
ເດືອນນີ້6496