ໃນຕອນບ່າຍຂອງວັນທີ 02ພຶດສະພາ 2019, ທີ່ສະຖານທູດ ລຸກຊໍາບວກປະຈຳລາວ ທ່ານນາງຄຳເພົາເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວໄດ້ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລ ແດ່ດວງວິນຍານຂອງGrand Duke Jean, ອະດີດເຈົ້າຊີວິດແຫ່ງຣາຊະອານາຈັກລຸກຊໍາບວກ(1964-2000) ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 23 ເມສາ 2019.
ເນື້ອໃນຂອງສານໄຫວ້ອາໄລມີດັ່ງນີ້:
ພວກຂ້າພະເຈົ້າມີຄວາມເສົ້າໂສກເປັນຢ່າງຍິ່ງທີ່ໄດ້ຮັບຊາບຂ່າວການເຖິງແກ່ມໍລະນະກຳຂອງສົມເດັດ ແກຼນ ຢຸກ ຊອງ(Grand Duke Jean), ອະດີດເຈົ້າຊີວິດແຫ່ງຣາຊະອານາຈັກລຸກຊໍາບວກໃນວັນທີ 23 ເມສາ2019.
ໃນນາມລັດຖະບານແລະປະຊາຊົນແຫ່ງສປປລາວ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈອັນເລິກເຊິ່ງແລະສະແດງຄວາມເຫັນໃຈອັນຈິງໃຈມາຍັງລັດຖະບານແລະປະຊາຊົນລຸກຊໍາບວກກໍ່ຄືລາຊະວົງຂອງສົມເດັດ ແກຼນ ຢຸກ ຊອງ (Grand Duke Jean), ປະມຸກລັດທີ່ຍິ່ງໃຫຍ່ແລະເຄົາລົບຮັກຂອງປະຊາຊົນລຸກຊໍາບວກ.