ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 31 ທີ່ ປຸດທຣາຈາຢາ, ມາເລເຊຍ

201953-tp-doha

ໃນວັນທີ 3 ພຶດສະພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ າວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 31ທີ່ ປຸດທຣາຈາຢາ, ມາເລເຊຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Dato’ Sri Muhammad Shahrul Ikram Bin Yaakob, ຫົວໜ້າຫ້ອງການກະຊວງການຕ່າງປະ​​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງມາເລເຊຍ ແລະ ທ່ານ Richard Maude, ​​ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງອົດສະຕຣາລີ.

ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ ໂອກາດຄົບຮອບ 45 ປີ ແຫ່ງການພົວພັນ ອາຊຽນ-ອົດສະຕຣາລີ ໃນປີ 2019 ແລະ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະໜຶ່ງປີຜ່ານມາໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໃນເດືອນພະຈິກ 2018 ທີ່ສິງກະໂປ ແລະ ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ, ລວມທັງການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມໃນຂົງເຂດຕ່າງໆທີ່ໄດ້ປະກາດໃນໂອກາດສອງກອງປະຊຸມສຸດຍອດ ເຊັ່ນ: ການຕ້ານການກໍ່ການຮ້າຍ, ການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ, ການພັດທະນາພື້ນຖານໂຄ່ງລາງ ແລະ ການປົກຄອງດ້ານເສດກິດອາຊີຕາເວັນອອກສຽງໃຕ້, ການພັດທະນາຕົວເມືອງອັດສະລິຍະ ແລະ ໂຄງການການທູດປະຊາຊົນອງອົດສະຣາລີ (Australia Now).

ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ສໍາລັບປີ 2015-2019 ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ຊຶ່ງຈະສິ້ນສຸດລົງໃນປີ 2019 ນີ້ພ້ອມທັງຮັບຊາບຄວາມຄືບໜ້າຂອງການເຈລະຈາຮ່າງແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ສະບັບໃໝ່ສຳລັບປີ 2020-2024,ຊຶ່ງຈະໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດ​       ອາຊຽນ-ອົດສະຣາລີ ໃນເດືອນສິງຫາປີ 2019 ທີ່ບາງກອກ, ປະເທດໄທ. ກອງປະຊຸມໄດ້​​ເຫັນ​​ດີເພີ່ມທະວີການຮ່ວມມືທີ່ເປັນຮູປະທຳໃນຂົງເຂດຕ່າງໆທີ່ມີຄວາມສົນໃຈແລະທ່າແຮງຮ່ວມກັນເຊັັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ການຮ່ວມມືທາງທະເລ, ການເຊື່ອມຈອດແລະການເຊື່ອມໂຍງທາງເສດຖະກິດ, ເສດຖະກິດດີຈີຕອນ, ກາຮັດແຄບຄວາມແຕກໂຕນດ້ານການພັດທະນາ,ການສຶກສາ, ານແລກປ່ຽນລະຫວ່າງປະຊາຊົນ, ການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນຂອບແມ່ນຳ້ຂອງ ແລະ ອື່ນ.

ກອງປະຊຸມ​​ໄດ້ແລກປ່ຽນຄຳຄິດ​​ເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ​ການສືບຕໍ່ສົ່ງເສີມລະບົບການຄ້າຫຼາຍຝ່າຍແບບເປີດກ້ວາງ, ໂຄງສ້າງພາກພື້ນ ທີ່ ອາ​ຊຽນ​ເປັນ​ຜູ້​ລິ​ເລີ່ມ ແລະ ບັນ​ຫາ​ອື່ນໆ. ນອກນີ້, ກອງປະຊຸຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ຊຶ່ງຈະຈັດຂຶ້ນໃນເດືອນສິງຫາ 2019 ທີ່ບາງກອກ, ປະເທດໄທ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484508
ມື້ນີ້24
ມື້ວານ188
ອາທິດນີ້946
ເດືອນນີ້3813