ໃນຕອນເຊົ້າຂອງວັນທີ 06 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຣິຄາດ້າ ຣິເຈີ (Ms. Ricarda Rieger), ເພື່ອມາເປັນຜູ້ຕາງໜ້າຄົນໃໝ່ຂອງ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງ ອົງການ UNDP ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອເພື່ອການພັດທະນາຂອງ ອົງການ UNDP ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ UNDP ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດໂດຍສະເພາະແມ່ນດ້ານການພັດທະນາ ລະຫວ່າງ ສປປ ລາວ ແລະ ອົງການ UNDP, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປະກອບສ່ວນເຂົ້າໃນການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາໃນພາກພື້ນ ແລະ ສາກົນ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກໍ່ຍັງສະແດງຄວາມຂອບໃຈ ຕໍ່ອົງການດັ່ງກ່າວ ພ້ອມທັງອວຍພອນໃຫ້ທ່ານຜູ້ຕາງໜ້າ ອົງການ UNDP ຄົນໃໝ່ປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ຂອງທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານ ນາງ ຣີຄາດ້າ ຣິເຈີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການ UNDP ຈະສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ເປັນບູລິມະສິດຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.