ໃນຕອນເຊົ້າວັນທີ 02 ພຶດສະພາ 2019, ທີ່ີ ກະຊວງການຕ່າງປະເທດ, ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ພົບປະເຮັດວຽກ ຂອງ ທ່ານ Justin Wood, ຄະນະກຳມະການບໍລິຫານອົງການເວທີເສດຖະກິດໂລກ (WEF), ຈຸດປະສົງໃນການພົບປະຄັ້ງນີ້ ເພື່ອສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ກັບ ອົງການເວທີເສດຖະກິດໂລກ ລວມທັງປຶກສາຫາລື ລາຍລະອຽດຕ່າງໆ ເພື່ອກະກຽມເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປຶກສາຫາລືເສດຖະກິດໂລກ ຄັ້ງທີ 13 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2019, ທີ່ ຕ້າຫຼຽນ, ແຂວງ ຫຼຽວໜິງ, ສປ ຈີນ, ເຊິ່ງ ອົງການ WEF ໄດ້ເຊື້ອເຊີນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.