ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

 

KhamphaoRecievedVietConsular1 KhamphaoRecievedVietConsular2

 

ໃນວັນທີ 08 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖີ້ງ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງສະຫວັນນະເຂດ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ເຈີ່ນ ກົງ ຖິ້ງ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ດ້ວຍໝາກຜົນອັນຈົບງາມ ຕະຫຼອດໄລຍະເວລາ 3 ປີກວ່າ ແລະ ໄດ້ຊົມເຊີຍຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ ເຈີ່ນ ກົງ ຖິ້ງ ທີ່ໄດ້ເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືໃນຫຼາຍດ້ານ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ບັນດາແຂວງພາກກາງ ຂອງ ລາວ ກັບແຂວງຕ່າງໆ ຂອງ ຫວຽດນາມ, ໃນດ້ານຕ່າງໆເຊັ່ນ: ການກໍ່ສ້າງຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກຄວາມເຂົ້າໃຈຂອງຂະແໜງການຕ່າງໆ, ເຄື່ອນໄຫວ ແລະ ໂຄສະນາດຶງດູດການລົງທຶນຂອງຫວຽດນາມ ມາສູ່ 3 ແຂວງພາກກາງຂອງລາວ ແລະ ອື່ນໆ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມເຊື້ອໝັ້ນວ່າ ທ່ານ ເຈີ່ນ ກົງ ຖີ້ງ ຈະສືບຕໍ່ໃຫ້ການຮ່ວມມືໃນການສົ່ງເສີມສາຍພົວພັນອັນດີ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານ ເຈີ່ນ ກົງ ຖີ້ງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານກົງສຸນໃຫຍ່ ເຈີ່ນ ກົງ ຖີ້ງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພັກ-ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືທີ່ດີ ຕະຫຼອດໄລຍະທີ່ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຈົນສາມາດປະສົບຜົນສໍາເລັດຢ່າງຈົບງາມ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484683
ມື້ນີ້199
ມື້ວານ188
ອາທິດນີ້1121
ເດືອນນີ້3988