ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືສອງຝ່າຍ

2019.6.11-lao-japan-cooperation1

2019.6.11-lao-japan-cooperation2

ໃນຕອນເຊົ້າຂອງວັນທີ 11ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ. ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບ ທ່ານ ນາງ ໂທຊິໂກະ ອາເບະ (Toshiko ABE), ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 09-11 ມິຖຸນາ 2019.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສປປລາວແລະຍີ່ປຸ່ນທີ່ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ,ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດລາວແລະຍີ່ປຸ່ນແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ລະ ໄປມາຫາສູ່ກັນຢ່າງເປັນປົກກະຕິຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິ່ນ. ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ສືບຕໍ່ຊຸກຍູ້ຮ່ວມມືກັນຢ່າງໃກ້ຊິດເພື່ອກະກຽມຈັດກິດຈະກໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ (5 ມີນາ 1955) ຄົບຮອບ 65 ປີໃນປີ 2020, ຊຸກຍູ້ການແລກປ່ຽນທັດສະນະຕໍ່ບັນຫາພາກພື້ນແລະສາກົນ, ລວມທັງສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນ. ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ສືບຕໍ່ຊຸກຍູ້ບັນດາໂຄງການທີ່ສອງນາຍົກລັດຖະມົນຕີລາວແລະຍີ່ປຸ່ນເຫັນດີຮ່ວມກັນໃຫ້ປະສົບຜົນສຳເລັດຕາມາດໝາຍເປັນຕົ້ນແມ່ນ:ໂຄງການຍົກລະດັບຂີດຄວາມສາມາດການນຳພາໃຫ້ແກ່ການນຳຂັ້ນສູງຂອງລາວ; ໂຄງການຄຸ້ມຄອງເສດຖະກິດມະຫາພາກໃຫ້ແກ່ລາວ; ແຜນການຮ່ວມມືລາວ -ຍີ່ປຸ່ນເພື່ອພັດທະນາລາວແບບຍືນຍົງ;ໂຄງການສຶກສາຄວາມເປັນໄປໄດ້ໃນການອອກແບບກໍ່ສ້າງເສັ້ນທາງດ່ວນວຽງຈັນ- ຮ່າໂນ້ຍ;ຊຸກຍູ້ການຮ່ວມມືລະຫວ່າງກະຊວງກະສິກໍາແລະປ່າໄມ້ລາວແລະກະຊວງກະສິກໍາ, ປ່າໄມ້ແລະການປະມົງຍີ່ປຸ່ນ.

ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີໂທຊິໂກະອາເບະ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ສປປ ລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ນາງ ໂທຊິໂກະ ອາເບະ ຍັງໄດ້ເຂົ້າຮ່ວມພິທີ ມອບ-ຮັບ ໂຄງການກໍ່ສ້າງຂົວເຊກຸມກາມ ແລະ ຂົວເຊທ່າມວກ ຕາມທາງຫຼວງແຫ່ງຊາດເລກ 9 ທີ່ ແຂວງ ສະຫວັນນະເຂດ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດທີ່ເຂົ້າຮ່ວມພິທີມອບຮັບໂຄງການດັ່ງກ່າວ ທີ່ ແຂວງສະຫວັນນະເຂດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484705
ມື້ນີ້16
ມື້ວານ205
ອາທິດນີ້1143
ເດືອນນີ້4010