ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຂໍ້ຕົກລົງແຕ່ງຕັ້ງຂອງກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ. ຫວຽດນາມ ປະຈຳ 3 ແຂວງພາກກາງຂອງລາວ

2019612-kp-hup-con-viet

ໃນຕອນເຊົ້າວັນທີ 12 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ຫວູ້ ແອ່ງ ຢຸ້ງ ເພື່ອມາດຳລົງຕຳແໜ່ງເປັນ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ. ຫວຽດນາມ ປະຈຳ 3 ແຂວງພາກກາງຂອງລາວ, ຊຶ່ງມີສຳນັກງານຕັ້ງຢູ່ ແຂວງສະຫວັນນະເຂດ, ສປປ ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຫວູ້ ແອ່ງ ຢຸ້ງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ. ຫວຽດນາມ ປະຈຳ 3 ແຂວງພາກກາງຂອງລາວ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ກໍ່ຄືການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 3 ແຂວງພາກກາງຂອງລາວ ກັບບັນດາແຂວງພາກກາງຂອງຫວຽດນາມ ເປັນຕົ້ນ ແຂວງບໍລິຄໍາໄຊ ທີ່ໄດ້ມີການຮ່ວມມືກັບ 8 ແຂວງ; ແຂວງຄໍາມ່ວນ ມີການຮ່ວມມືກັບ 14 ແຂວງ ແລະ ແຂວງສະຫວັນນະເຂດ ມີການຮ່ວມມືກັບ 13 ແຂວງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍ່ສະເໜີໃຫ້ສືບຕໍ່ຊຸກຍູ້ປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນແລະການຂົນສົ່ງສິນຄ້າ ລະຫວ່າງ ປະເທດຢູ່ບັນດາດ່ານຊາຍແດນຂອງບັນດາແຂວງ, ພ້ອມທັງເອົາໃຈໃສ່ຊຸກຍູ້ບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ຮັກສາເສັ້ນຊາຍແດນໃຫ້ມີຄວາມສະຫງົບ, ຮ່ວມກັນແກ້ໄຂບັນຫາການຍົກຍ້າຍພູມລໍາເນົາແລະການແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍ ຕາມບໍລິເວນຊາຍແດນຂອງສອງປະເທດ, ສືບຕໍ່ຊຸກຍູ້ຝ່າຍຫວຽດນາມ ໃນການຊ່ວຍກໍ່ສ້າງດ້ານຊັບພະຍາກອນມະນຸດ ໃຫ້ແກ່ບັນດາແຂວງພາກກາງຂອງລາວ; ຊຸກຍູ້ໃນການຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກ ຄວາມເຂົ້າໃຈລະຫວ່າງ 3 ແຂວງພາກກາງຂອງລາວກັບບັນດາແຂວງ, ທ້ອງຖິ່ນຂອງຫວຽດນາມທີ່ໄດ້ລົງນາມຮ່ວມກັນ ແລະ ຊຸກຍູ້ໃຫ້ນັກລົງທຶນຂອງຫວຽດນາມ ເຂົ້າມາລົງທຶນ ຢູ່ 3 ແຂວງຂອງລາວ ໃຫ້ຫຼາຍຂຶ້ນ.ພ້ອມນັ້ນ, ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ ຫວູ້ ແອ່ງ ຢຸ້ງ ຈະສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ມູນເຊື້ອການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ແກ່ປະຊາຊົນຂອງສອງປະເທດຢູ່ທ້ອງຖິ່ນ ໃຫ້ປະກອບສ່ວນປົກປັກຮັກສາແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດພວກເຮົາ, ສືບຕໍ່ຂົນຂວາຍຊີ້ນຳສະມາຄົມຫວຽດນາມຢູ່ 3 ແຂວງ ໃນການປະກອບສ່ວນພັດທະນາທ້ອງຖິ່ນ ກໍ່ຄືເຄົາລົບລະບຽບກົດໝາຍຂອງ ສປປ ລາວ ແລະ ປະກອບສ່ວນເຂົ້າໃນວຽກງານເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ຫວູ້ ແອ່ງ ຢຸ້ງ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານຮອງ​ລັດຖະມົນຕີ​ ຄໍາເພົາ ເອີນທະວັນ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ. ພ້ອມນີ້, ກໍ່ໄດ້ສະແດງຄວາມຢືນຢັນຈະ​ສືບ​ຕໍ່ເພີ່ມ​ທະວີຊູກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ຫວຽດນາມ-ລາວ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485412
ມື້ນີ້113
ມື້ວານ227
ອາທິດນີ້448
ເດືອນນີ້4717