ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ-ສ.ເກົາຫຼີ ເພີ່ມທະວີການຮ່ວມມືສອງຝ່າຍ

 

DFMreceicedKorea1 DFMreceicedKorea2

 

ໃນວັນທີ 15 ກໍໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ຢູນ ຊູນ ກູ (Yoon Soon Gu), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໃນລະຫວ່າງວັນທີ 15-17 ກໍລະກົດ 2019, ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ, ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ໃຫ້ນັບມື້ກ້າວຂຶ້ນສູ່ລະດັບໃໝ່, ຕີລາຄາສູງຕໍ່ການຮ່ວມມືສອງ​ຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ໄດ້ສ້າງຕັ້ງ​ສາຍ​ພົວ​ພັນ​ການ​ທູດຮ່ວມກັນ ໃນປີ 1995 ເປັນ​ຕົ້ນ​ມາ; ການນຳຂັ້ນສູງຂອງສອງປະເທດ ໄດ້ແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ພົບປະສອງຝ່າຍ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນສໍາຄັນຕ່າງໆ. ກອງປະຊຸມພົບປະ ລະຫວ່າງ ສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ສ.ເກົາຫຼີ ຄັ້ງນີ້ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ໃນຕົ້ນເດືອນກັນຍາ ປີ 2019 ທີ່ຈະມາເຖິງນີ້. ສອງຝ່າຍ ຍັງຕີລາຄາສູງຕໍ່ບັນດາໂຄງການຮ່ວມມື ທີ່ໄດ້ຮັບການປະຕິບັດຢ່າງຕັ້ງໜ້າໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໂຄງການຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນແຕກຢູ່ແຂວງອັດຕະປື, ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ ແລະ ຍືນຍົງ (Saemaul Undong) ທີ່ກຳລັງຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ແລະ ສະຫວັນນະເຂດ, ໂຄງການສົ່ງເສີມສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຄວາມອາດສາມາດດ້ານວິຊາຊີບສຳລັບແມ່ຍິງ ລາວ-ສ.ເກົາຫຼີ, ໂຄງການກໍ່ສ້າງໂຮງໝໍ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ໂຄງການກໍ່ສ້າງທາງເລກ 8, ໂຄງການພັດທະນາແຄມຂອງໄລຍະສອງ, ໂຄງການເກັບກູ້ລະເບີດບໍ່ທັນແຕກ, ໂຄງການຮ່ວມມືດ້ານພະລັງງານ, ໂຄງການເງິນກູ້ຢືມຈາກ ສ.ເກົາຫຼີ ໂດຍຜ່ານກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫຼີ ຈໍານວນ 12 ໂຄງການ, ໂຄງການຮ່ວມມືດ້ານກິລາ ແລະ ໂຄງການສ້າງເມືອງອັດສະລິຍະ (Smart City). ນັບແຕ່ປີ 1995 ເປັນຕົ້ນມາ, ສ. ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ໂດຍຜ່ານອົງການ KOICA, ມີປະມານ 153 ລ້ານໂດລາ ສະຫະລັດ, ສປປ ລາວ ໄດ້ສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບອະນຸຍາດຈ້າງງານ ມີຈຳນວນ 215 ຄົນ, ໃນປີ 2018 ໄດ້ມີນັກທ່ອງທ່ຽວ ສ.ເກົາຫຼີ ເດີນທາງເຂົ້າມາທ່ອງທ່ຽວລາວ ຈຳນວນ 174,406 ເທື່ອຄົນ, ພ້ອມນີ້ ສປປ ລາວ ແລະ ສ. ເກົາຫຼີ ຍັງໄດ້ເປີດຖ້ຽວບິນໂດຍກົງລະຫວ່າງປະເທດ ຈຳນວນ 4 ຖ້ຽວຕໍ່ມື້, ຊຶ່ງໄດ້ອຳນວຍຄວາມສະດວກໃນການໄປມາຫາສູ່ກັນຂອງປະຊາຊົນສອງຊາດໃຫ້ນັບມື້ຫຼາຍຂຶ້ນ.

ໃນໂອກາດນີ້, ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສ.ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເປົ້າໝາຍການພັດທະນາແບບຍືນຍົງ, ຍຸດທະສາດການພັດທະນາປີ 2025, ວິໄສທັດ 2030 ແລະ ສະເໜີສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ໃຫ້ຫຼາຍຂຶ້ນຕືີ່ມໃນອະນາຄົດ.

ໃນຂະນະດຽວກັນ, ທ່ານ ຢູນ ຊູນ ກູ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມດຽວກັນນີ້, ກໍ່ສະແດງຍິນດີສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ, ມີໝາກຜົນ ແລະ ມີບາດກ້າວອັນໃໝ່ໃຫຍ່ກວ່າເກົ່າໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ສ.ເກົາຫຼີ, ສ.ເກົາຫຼີ-ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484685
ມື້ນີ້201
ມື້ວານ188
ອາທິດນີ້1123
ເດືອນນີ້3990