ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ປະຈຳປີ 2019

2019.7.16-kp-viet

ໃນລະຫວ່າງວັນທີ16-18 ກໍລະກົດ 2019, ສະຫາຍ ຫງວຽນ ກວ໋ກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ​ ກະຊວງ​ການຕ່າງປະ​ເທດ ລາວ ແລະ ຫວຽດນາມ ປະຈຳປີ 2019.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ກວ໋ກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ແມ່ນໜຶ່ງໃນກົນໄກຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົນຮຽນຮ່ວມກັນ ແບບກົງໄປກົງມາໃນຫຼາຍບັນຫາເປັນຕົ້ນແມ່ນ: ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ, ທົບທວນຄືນການຮ່ວມມືສອງຝ່າຍ ທາງດ້ານການຮ່ວມມືດ້ານການເມືອງ ກໍ່ຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຮ່ວມກັນ, ຍົກສູງບົດບາດຂອງກະຊວງການຕ່າງປະເທດ ໃນການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ພ້ອມນີ້, ທີ່ກອງປະຊຸມຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດການເຄື່ອນໄຫວວຽກງານການຕ່າງປະເທດຂອງສອງຝ່າຍ, ພິເສດຊົົມເຊີຍຕໍ່ຜົນສຳເລັດຂອງ ສສ ຫວຽດນາມ ທີ່ໄດ້ຮັບການຄັດເລືອກເຂົ້າເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້້ນຄົງຂອງ ອົງການສະຫະປະຊາດ ດ້ວຍຄະແນນສຽງທີ່ສູງສຸດ ເປັນຄັ້ງປະຫວັດສາດ, ຊື່ງສະແດງໃຫ້ເຫັນເຖິງອິດທິພົນ ແລະ ຖານະບົດບາດ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ.

ໃນຕອນທ້າຍ, ກອງປະຊຸມໄດ້ສະຫຼຸບ ແລະ ຕີລາຄາສູງຕໍ່ການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົນຮຽນຮ່ວມກັນໃນຫຼາຍບັນຫາ ໂດຍສະເພາະແມ່ນຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງໄວວາສັບສົນ ຍາກທີ່ຈະຄ່ດຄະເນໄດ້ໃນປັດຈຸບັນ ແລະ ເຫັນໄດ້ວ່າ ກົນໄກປຶກສາຫາລືດ້ານການເມືອງນີ້ ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສອງປະເທດ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ມີປະສິດທິຜົນກວ່າເກົ່າໃນຊຸມປີຕໍ່ໆໄປ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484697
ມື້ນີ້8
ມື້ວານ205
ອາທິດນີ້1135
ເດືອນນີ້4002