ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ

 

HLPF1HLPF2HLPF3HLPF4

  

ໃນວັນທີ 9 - 18 ກໍລະກົດ 2019 ຜ່ານມາ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ປະຈໍາປີ 2019(High Level Political Forum - HLPF) ພາຍໃຕ້ຂອບສະພາເສດຖະກິດ - ສັງຄົມຂອງອົງການ ສປຊ ທີ່ ນິວຢອກ, ສ. ອາເມລິກາ. ກອງປະຊຸມດັ່ງກ່າວມີຄະນະຜູ້ແທນຂັ້ນສູງ ລະດັບປະມຸກລັດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາສະມາຊິກອົງການສະຫະປະຊາຊາດ193 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນປີນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້:“ ການ​ສ້າງ​ຄວາມ​ອາດ​ສາ​ມາດ, ການ​ຮັບ​ປະ​ກັນ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ສະ​ເໝີ​ພາບ​ ເຊີ່ງຄະນະຜູ້ແທນຂອງປະເທດຕ່າງໆ ໄດ້ສຸມໃສ່ທົບທວນຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໂດຍສະເພາະການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນທີ່ ກ່ຽວຂ້ອງ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຄັ້ງນີ້ມີ 47 ປະເທດໄດ້ຂຶ້ນສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ກ່ຽວກັບການຈັດຕັ້ງປະຕິບັດ SDGs.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງໄດ້ຍົກໃຫ້ເຫັນເຖີງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງສາກົນ ໂດຍໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ເພື່ອແນໃສ່ການພັດທະນາເສດຖະກິດ ແບບຍືນຍົງ, ການລືບລ້າງຄວາມທຸກຍາກ ແລະ ນໍາພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນອະນາຄົດ. ໃນນັ້ນ, ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖີງ ຄວາມຄືບໜ້າໃນດ້ານຕ່າງໆ ຂອງການຈັດຕັ້ງປະຕິບັດເປົ້າໝາຍ ປພຍ ຢູ່ ສປປ ລາວ ພາຍຫລັງທີ່ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ໃນປີ 2018, ໂດຍສະເພາະການເຊື່ອມສານຄາດໝາຍ ແລະ ໂຕຊີ້ບອກ ຂອງ ປພຍ ເຂົ້າໃນແຜນພັດທະນາຂອງປະເທດເຮົາ ແລະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສາກົນ ທີ່ໄດ້ໃຫ້ການຊ່ວຍເຫລືອເຂົ້າໃນວຽກງານການພັດທະນາຢູ່ ສປປ ລາວ.

ກອງ​ປະຊຸມເວທີປຶກສາຫາລືການເມືອງລະດັບສູງຄັ້ງນີ້ ໄດ້ດໍາເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອັນ​ສ້າງສັນ ​ເຊິ່ງຖືເປັນ​ຂີດ ໝາຍ​ອັນ​ດີ​ໃຫ້​ແກ່​ ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືຂອງປະເທດຕ່າງໆ ເພື່ອບັນລຸຄໍາໝັ້ນໝາຍຂອງວົງຄະນາຍາດສາກົນ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເຊີ່ງຍັງເຫລືອເວລາອີກ 10 ປີ ຈະຮອດກໍານົດຂີດໝາຍທີ່ຕັ້ງໄວ້ ເພື່ອໃຫ້ໂລກໄດ້ຮັບການພັດທະນາຢ່າງທົ່ວເຖີງ ແລະ ຍືນຍົງ ແລະ ກ້າວໄປພ້ອມກັນ (Leaving no one behind).

ຜົນຂອງກອງປະຊຸມຄັ້ງນີ້ ແມ່ນຈະນໍາໄປສືບຕໍ່ປຶກສາຫາລືໃນກອງປະຊຸມສຸດຍອດ ວ່າດ້ວຍ ການພັດທະນາແບບຍືນຍົງ (SDGs Summit) ເຊີ່ງຈະຈັດຂຶ້ນໃນເດືອນກັນຍາ 2019 ທີ່ ນິວຢອກ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ພົບປະສອງຝ່າຍກັບຄະນະຜູ້ແທນຂັ້ນສູງ ຂອງສະຫະພາບເອີຣົບ (EU) ແລະ ປະເທດອຽກລັງ ເຊີ່ງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍດ້ານການພັດທະນາ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມຕິດຕາມການສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈຂອງບາງປະເທດ, ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ (Side – events) ລວມທັງເປັນຄະນະປະທານຮ່ວມ (Panelist) ໃນບາງກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484210
ມື້ນີ້187
ມື້ວານ147
ອາທິດນີ້648
ເດືອນນີ້3515